ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຈັບ​ໂຕ​ຜູ່​ກໍ່​ເຫດ​ດຶງ​ທຸງ​ຊາດ​ຍີ່​ປຸ່ນ​ຢູ່​ໜ້າ​ລົດ​​ຂອງ​ສະ​ຖານ​ທູດ​ຍີ່​ປຸ່ນ​ປະ​ຈຳ​ຈີນ​ໄດ້​ແລ້ວ​ແລະ​ໄດ້​ລົງ​ໂທດ​ຕາມ​ກົດ​ໝາຍ

(GMT+08:00) 2012-09-05 18:02:19     cri
ວັນ​ທີ5​ກັນຍາ​ນີ້,​ໃນ​ກອງ​ປ​ະຊຸມ​ຂ່າວ​ຕາມ​ປົກກະຕິ,ທ່ານ​ຮົງ​ເຫຼີ​ຍ,​ໂຄສົກ​ກະຊວງ​ການ​ຕ່າງ ປະ​ເທດ​ຈີນ​ກ່າວ​ວ່າ,​ກ່ຽວ​ກັບ​ເຫດ​ການ​ທີ່​ທຸງ​ຊາດ​ຍີ່​ປຸ່ນ​ຢູ່​ໜ້າ​ລົດ​ຂອງ​ສະ​ຖານ​ທູດ​ຍີ່​ປຸ່ນ​ປະ​ຈຳ​ຈີນ​ຖືກ​ດຶງ​ເອົາ​ໄປ​ນັ້ນ,​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ສາ​ມາດ​ຈັບ​ຜູ່​ກໍ່​ເຫດ​ໄດ້​ແລ້ວ​ແລະ​ລົງ​ໂທດ​ຜູ່​ກ່ຽວ​ທັງ​ສອງ​ຕາມ​ກົດ​ໝາຍ.

ວັນ​ທີ27​ສິງຫາ​ຜ່ານ​ມາ​ນີ້,​ເມື່ອລົດ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະຈຳ​ຈີນ​ແລ່ນ​ໄປຮອດ​ທາງ​ຮອ​ບ4ທິດຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ,​ຖືກ​ລົດ​ສອງ​ຄັນ​ຂັບ​ມາ​ຂວາງ​ໜ້າ​ໄວ້,​ແລ້ວ​ດຶງ​ເອົາ​ທຸງ​ຊາດ​ຍີ່​ປຸ່ນ​ຢູ່​ໜ້າ​ລົດ​ນັ້ນ​ໄປ.​ວັນ​ທີ​4​ກັນຍາ​ນີ້,​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຂອງ​ປັກ​ກິ່ງ​ໄດ້​ແຈ້ງ​ສະ​ພາບ​ການ​ສືບ​ສວນ​ແລະ​ຊຳ​ລະ​ແກ້​ໄຂ​ເຫດ​ການ​ນີ້​ໃຫ້​ມວນ​ຊົນ​ທົ່ວ​ໄປ​ຊາບ.​ອີງ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ໃນ​"ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ໂທດ​ແລະ​ປັບ​ໄໝ​ໃນ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ສປ​ຈີນ",​ໄດ້​ກັກ​ຕົວ​ແລະ​ລົງ​ໂທດ​ຜູ່​ກ່ຽວ​ສອງ​ຄົນ​ແລ້ວ.

ທ່ານ​ຫົງ​ເຫຼີຍກ່າວ​ຢ້ຳວ່າ,ລັດຖະບານ​ຈີນຕັ້ງໜ້າ​ປະຕິບັດຕາມ"ສົນທິສັນຍາ​ວຽນ​ກ່ຽວ​ກັບ​ການ​ພົວ​ພັນ​ທາງ​ການ​ທູດ"​ແລະ​ກົດ​ໝາຍ​ຂອງ​ຈີນ​ມາ​ໂດຍ​ຕະ​ຫຼອດ,​ພະ​ຍາ​ຍາມ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ອົງ​ການ​ການ​ທູດ​ແລະ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ.