ທ່ານ​ເມິ້ງ​ຈ້ຽນຈູ້​ພົບ​ປະ​ກັບລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບລາວ

(GMT+08:00) 2012-09-06 13:34:50     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 5 ກັນຍາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເມິ້ງ​ຈ້ຽນຈູ້,ທີ່​ປຶກສາ​ແຫ່ງ​ລັດ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ​ທອງ​ບັນ ​ແສງ​ອາພອນ,ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ.

ທ່ານ​ເມິ້ງ​ຈ້ຽນຈູ້​ກ່າວ​ວ່າ,​ໃນ​ເດືອນ​ກໍລະກົດ​ປີ​ນີ້,ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ລາວ​,​ແລະ​ໄດ້​ເຫັນ​ທ່າ​ອຽງ​ພັດທະນາ​ທີ່​ດີ​ໃນ​ປະ​ເທດ​ລາວ,ສັງຄົມ​ມີ​ສະຖຽນ​ລະ​ພາບ,ປະຊາຊົນ​ມີ​ຄວາມສຸກ.ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບ​ລາວ,ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ແລະ​ລາວ,​ເຮັດ​ໃຫ້​ຈີນ​ກັບ​ລາວ​ເປັນ​ເພື່ອນ​ບ້ານ​ທີ່​ດີ,​ເພື່ອນ​ມິດ​ທີ່​ດີ,ສະຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ​ຕະຫຼອດ​ໄປ.

ທ່ານ​ເມິ້ງ​ຈ້ຽນຈູ້​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ລາວ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ອັນ​ແຂງ​ແຮງ​ແກ່​ຈີນ​ໃນ​ວຽກ​ງານ​ສືບສວນ​ຄະດີ"5 ຕຸລາ"ຢູ່​ເຂດ​ແມ່​ນ້ຳຂອງ.ທ່ານ​ຊີ້​ອອກ​ວ່າ,​ໃນ​ໄລຍະ​ທີ່​ຜ່ານ​ມາ,ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ​ແລະ​ລາວ​ໄດ້​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ,ປະຕິບັດ​ຕໍ່​ກັນ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ຈິງ​​ໃຈ,​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ທີ່​ຮອບດ້ານ ມີຫຼາຍ​ລະດັບ​ແລະ​ມີ​ຫຼາຍ​ຂົງ​ເຂດ.ຫວັງ​ວ່າ,ສອງ​ຝ່າຍ​ຈະ​ສືບ​ຕໍ່​ອອກ​ແຮງ​ຊຸກຍູ້​ການ​ຮ່ວມ​ມື​​ໃນ​ການ​ປະຕິບັດ​ກົດໝາຍ​ຮ່ວມ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຢູ່​ຕາມ​ລຳ​ແມ່​ນ້ຳຂອງ,​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ມີ​ສະຖຽນ​ລະ​ພາບ​ແລະ​ຄວາມ​ສະຫງົບ​ໃຫ້​ແກ່​ການ​ພັດທະນາ​​ເສດຖະກິດ​ໃນ​ພາກ​ພື້ນ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ທ່ານ​ທອງ​ບັນ​ກ່າວ​ວ່າ,ພັກ​ແລະ​ລັດຖະບານ​ລາວ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ພົວພັນ​ມິດຕະພາບ​ກັບ​ຈີນ,ລາວ​ຍິນ​ດີ​ສືບ​ຕໍ່​ໃຫ້ການ​ສະ​ໜັບສະ​ໜູນ​ອັນ​​ແຂງ​ແຮງ​ແກ່​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ການ​ຮ່ວມ​ມື​ໃນການ​ປະຕິບັດ​ກົດໝາຍ​ຮ່ວມ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຢູ່​ຕາມ​ລຳ​ແມ່​ນ້ຳຂອງ,ການປາບ​ປາມອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ແລະ​ອື່ນໆ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ສອງ​ຝ່າຍ,ຊຸກຍູ້​ການ​ຮ່ວມ​ມື​ໃນ​ການ​ປະຕິບັດ​ກົດໝາຍ​ຮ່ວມ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.

ຫຼັງ​ຈາກ​ກາ​ນພົບ​ປະ,ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ທີ່​ກ່ຽວຂ້ອງ.