ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ​ມະຫາຊົນ​ໄດ້​ຮັບ​ລາງວັນ​ດີ​ເດັ່ນ​ຂອງ​ອາຊີ

(GMT+08:00) 2012-09-06 16:26:35     cri
ທະນາຄານ​ການ​ຄ້າ​ແຫ່ງ​ປະ​ເທດ​ລາວ​ມະຫາຊົນ (ທຄຕລ)​ໄດ້​ຖະ​ແຫຼ​ງວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ທະນາຄານ​ຂອງ​ຕົນ​ໄດ້​ລາງວັນ​ດີ​ເດັ່ນ​ກ່ຽວ​ກັບ​ການ​ພັດທະນາ​ທະ​ລະບົບ​ການ​ບໍລິການ​ຂອງ​ທະນາຄານ​ແລະ​ລາງວັນ​ດີ​ເດັ່ນ​ກ່ຽວ​ກັບ​ທະນາຄານ​ທີ່​ນຳ​ໜ້າ​ໃນ​ການ​ພັດທະນາ​ລະບົບ cor banking ຈາກ​ວາລະສານ The Asian Banking and Finance Magazine (ABF) ​ເຊິ່ງການ​ຖະ​ແຫຼງຂ່າວ​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ5​ກັນຍາ​ນີ້ ຢູ່​ນະຄອນຫຼວງ​ວຽງຈັນ, ​ໂດຍ​ທ່ານ​ວັນ​ຄຳ ວໍລະ​ວົງ, ຜູ້ອຳນວຍ ການ​ໃຫຍ່​ຂອງ​ທະນາຄານ​ແຫ່ງ​ນີ້ ​ແລະ​ທ່ານ​ໃຫ້​ຮູ້​ວ່າ: ວາລະສານ ABF ​ແມ່ນ​ເປັນ​ວາລະສານ​ການ​ເງິນ-ການ​ທະນາຄານ​ທີ່​ມີ​ຊື່​ສຽງຢູ່​ໃນ​ລະດັບ​ພາກ​ພື້ນ​ອາຊີ ​ໂດຍ​ມີ​ສຳນັກງານ​ຢູ່​ປະ​ເທດ​ສິງກະ​ໂປ​ ​ແລະ​ໄດ້​ຂຽນ​ຂ່າວ​ກ່ຽວ​ກັບ​ການ​ເງິນ-ການ​ທະນາ ຄານ​ແລະ​ການ​ລົງທຶນ​ໃນ​ບັນດາ​ປະ​ເທດ​ອາຊີ.