ຈີນ​ເອົາ​ໃຈ​ໃສ່​ຕິດ​ຕາມ​ຄວາມ​ຄືບ​ໜ້າ​ຂອງ​ເຫດ​ການ​ເກາະ​ຕ້ຽວ​ອີ​ຢ່າງ​ໃກ້​ຊິດ

(GMT+08:00) 2012-09-06 16:02:26     cri
ວັນ​ທີ5​ກັນຍາ​ນີ້,ລັດຖະບານ​ຍີ່ປຸ່ນ​ໄດ້​ເຊັນ​ສັນຍາ​ກັບ​ອັນ​ທີ່​ວ່າ​"​ເຈົ້າ​ຂອງ​ເກາະ​ຕ້ຽວ​ອີ",​ໂດຍ "ຊື້​ເກາະ​ຕ້ຽວ​ອີ"​ດ້ວຍ​ເງິນ​ຈຳ​ນວນ​2​ຕື້​50​ລ້ານ​ເຢັນ.​ໃນ​ມື້​ດຽວ​ກັນ,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ,​ທ່ານ​ຮົງ​ເຫຼີຍ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ທີ່​ຂຶ້ນ​ກັບ​ເກາະ​ນີ້​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ,​ຈີນ​ມີ​ຫຼັກ​ການ​ອ້າງ​ອີງ​ທາງ​ປະ​ຫວັດ​ສາດ​ແລະ​ກົດ​ໝາຍ​ຢ່າງ​ພຽງ​ພໍ.​ເກາະ​ຕ້ຽວ​ອີ​ແມ່ນ​ຄົນ​ຈີນ​ຄົ້ນ​ພົບ,​ຕັ້ງ​ຊື່​ແລະ​ນຳ​ໃຊ້​ກ່ອນ​ໝູ່,​ໃນ​ສະ​ໄໝ​ລາດ​ຊະ​ວົງ​ມີ​ງ (ຄື​ແຕ່​ຄ.ສ.​ປີ​1368-1644)​ກໍ່​ໄດ້​ຢູ່​ໃນ​ຂອບ​ເຂດ​ການ​ບໍ​ລິ​ຫານ​ດ້ານ​ການ​ປ້ອງ​ກັນ​ທະ​ເລ​ຂອງ​ຈີນ​ແລ້ວ.​ສ່ວນ​ຍີ່​ປຸ່ນ​ແມ່ນ​ລັກ​ໄປ​ເກາະ​ດອນ​ເຫຼົ່າ​ນີ້​ໂດຍ​ຜ່ານ​ຊ່ອງ​ທາງ​ທີ່​ຜິດ​ກົດ​ໝາຍ​ໃນ​ໄລ​ຍະ​ສົງ​ຄາມ​ເຈຍ​ອູ່​ປີ​1895.

ທ່ານ​ຮົງ​ເຫຼີຍກ່າວຢ້ຳວ່າ:"ຍີ່ປຸ່ນ​ໃຊ້​ມາດ​ຕະການ​ຕ່າງໆ​ຕໍ່​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ອື່ນໆ​ທີ່​ຂຶ້ນ​ກັບ​ເກາະ​ນີ້​ພຽງ​ຝ່າຍ​ດຽວ​ນັ້ນ​ລ້ວນ​ແຕ່​ຜິດ​ກົດ​ໝາຍ​ແລະ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ແນ່​ນອນ.​ລັດ​ຖະ​ບານ​ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ແລະ​ຍຶດ​ໝັ້ນ​ຕໍ່​ແນວ​ທາງ​ການ​ປ້ອງ​ກັນ​ອະ​ທິ​ປະ​ໄຕ​ເໜືອ​ດິນ​ແດນ​ເກາະ​ຕ້ຽວ​ອີ.​ຈີນ​ຈະ​ເອົາ​ໃຈ​ໃສ່​ຕິດ​ຕາມ​ຄວາມ​ຄືບ​ໜ້າ​ຂອງ​ເຫດ​ການ​ນີ້​ຢ່າງ​ໃກ້​ຊິດ,​ໂດຍ​ຈະ ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ຂອງ​ຈີນ."

ທ່ານ​ຮົງ​ເຫຼີຍ​ຊີ້​ອອກ​ວ່າ​,ຍີ່​ປຸ່ນ​ບໍ່​ຫົວຊາ​ຕໍ່​ການ​ປະ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ຫຼາຍ​ເທື່ອ​ຂອງ​ຈີນ, ​ແລະ​ມີ​ເຈ​ຕະ​ນາ​ຊຸກ​ຍູ້​ຂະ​ບວນ​ການ​"ຊື້​ເກາະ​ຕ້ຽວ​ອີ",​ຂຶ່ງ​ໄດ້​ເປັນ​ການ​ທຳ​ລາຍ​ຜືນ​ແຜ່ນ​ດິນ​ແລະ​ອະ​ທິ​ປະ​ໄຕ​ຂອງ​ຈີນ​ແລະ​ເປັນ​ການ​ທຳ​ລາຍ​ຈິດ​ໃຈ​ຊາດ​ຂອງ​ຊາວ​ຈີນ​ຢ່າງ​ໜັກ​ໜ່ວງ.​ພວກ​ເຮົາ​ຢາກ​ຖາມ​ຝ່າຍ​ຍີ່​ປຸ່ນ​ວ່າ,​ຍີ່​ປຸ່ນ​ຕ້ອງ​ການ​ນຳ​ເອົາ​ບັນ​ຫາ​ເກາະ​ຕ້ຽວ​ອີ​ໄປ​ສູ່​ທາງ​ໃດ​ແທ້?