ຜູ່​ນຳ​ໄຕ້​ຫວັນຂຶ້ນ​ເກາະ​ທີ່​ໃກ້​ກັບ​ເກາະ​ຕ້ຽວ​ອີ

(GMT+08:00) 2012-09-07 17:44:40     cri
ກ່ຽວ​ກັບ​ເລື່ອງ​ທີ່​ທ່ານ​ມາ​ອິງ​ຈິ​ວ ຜູ່​ນຳ​​​ເຂດໄຕ້​ຫວັນ​ຂຶ້ນ​ເກາະ​​ເຜິ​ງ​ເຈ່ຍ​ທີ່​ໃກ້​ກັບ​ເກາະ​ຕ້ຽວ​ອີ,ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວ​​ໃນ​ວັນ​ທີ7​ກັນຍາ​ນີ້ທີ່​ປັກ​ກິ່ງວ່າ,​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູຮານ​ນະ​ການ,ຄົນ​ຈີນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ລູກ​ຫຼານ​ປະຊາ​ຊາດ​ຈີນ​ລ້ວນ​ແຕ່​ມີ​ໜ້າ​ທີ່ຮັບຜິດຊອບ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິດ​ອຳນາດ​ອະທິ​ປະ​ໄຕ​​ເໜືອ​ເກາະ​ຕ້ຽວ​ອີຮ່ວມ​ກັນ.

ຕອນ​ທ່ຽງ​ວັນ​ທີ7​ກັນຍາ​ນີ້,ທ່ານ​ມາ​ອີ​ງຈິ​ວ​ໄດ້​ຂຶ້ນ​ເກາະ​​ເຜິ​ງ​ເຈ່ຍ​ທີ່​ຫ່າງ​ຈາກ​ເກາະ​ຕ້ຽວ​ອີ​ປະມານ140​ກິ​ໂລ​ແມັດ.