ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ​ຈີນ​ຕີ​ລາຄາ​ຢ່າງ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນລາວ

(GMT+08:00) 2012-09-08 13:18:27     cri

ວັນ​ທີ 7 ກັນຍາ​ນີ້, ຢູ່​ທີ່​ນະ​ຄອນ​ຫລວງ​ວຽງ​ຈັນ​ຂອງ​ປະ​ເທດ​ລາວ, ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ, ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ປະຊາ​ຊົນ​ປະຕິວັດ​ລາວ ປະ​ທານ​ປະ​ເທດ​ສປປ​ລາວ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ພົນ​ເອກ​ລຽງ​ກ່ຽງ​ເລ້ຍ, ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ ທັງ​ເປັນ​ລັດ​ຖະ​ມົ​ນຕີ​ວ່າການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ພ້ອມ​ດ້ວຍ​ຄະນະ​ທີ່​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມຕີ​ລາວ​ຢ່າງ​ເປັນ​ທາງ​ການ.ພາຍ​ຫລັງ​ການ​ພົບ​ປະ​ສິ້ນ​ສຸດ​ລົງ​ແລ້ວ, ພົນ​ເອກ​ລຽງ​ກ່ວງ​ເລ້​ຍ​ຫລຽງ​ກ່ວງ​ເລ້​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,​​ໂດຍ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ສອ​ປະ​ເທດ​ຈີນ​ລາວ​ກໍ່​ຄື​ການ​ພົວ​ພັນ​ລະຫວ່າງ​ກອງ​ທັບ​ສອງ​ປະ​ເທດ,​ແລະ​​ເຫັນ​ວ່າ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະຫວ່າງ​ຈີນ​ກັບ​ລາວ​ຖື​ເປັນ​ແບບຢ່າງ​ຂອງ​ການ​ພົວພັນ​ມິດ​ຕະ​ພາບ​ກັບ​ບັນດາ​ປະ​ເທດ.

​ໃນ​ເວລາ​ກ່າວ​ເຖິງ​ຈຸດປສະ​ສົງ​ຂອງ​ການ​ຢ້ຽມຢາມ​ປະ​ເທດ​ລາວ​ເທື່ອ​ນີ້, ພົນ​ເອກລຽງ​ກ່ວງ​ເລ້​ຍກ່າວ​ວ່າ:

ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ເພື່ອ​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​​ຄື​ກັນ​ລະຫວ່າງ​ຜູ່​ນຳທັງ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຕື່ມ​ອີກ, ສ້າງ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ຫມັ້ນ​ຄົງ​ກວ່າ​ເກົ່າ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ມິດ​ຕະ​ພາບ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ກອງທັບ​ຂອງ​ສອງ​ປະ​ເທດ,ຊຸກ​ຍູ້​ການ​ພົວພັນ​ລະ​ຫວ່າງ​ສອງ​ກອງ​ທັບ​ພັດ​ທະ​ນາ​​ໃຫ້​ລົງ​ສູ່​ລວງ​ເລິກໃນ​ຂົງ​ເຂດ​ກວ້າງ​ຂວາງ​ກວ່າ​ເກົ່າ​ແລະ​ລະ​ດັບ​ສູງ​ກວ່າ​​ເກົ່າ.

ພົນ​ເອກລຽງ​ກ່ວງ​ເລ້ຍ​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ຢ່າງ​​ໃກ້ຊິດ​ທີ່​ສຸດຕໍ່​ການ​ພົວພັນລະຫວ່າງ​ກອງທັບ​ຈີນ​ແລະ​ລາວ.ທ່ານ​ເວົ້າ​ວ່າ:

​​ໃຕ້​ສະ​ພາບ​ການ​ທີ່​ສະຖານະ​ການ​ສາກົນ​ແລະ​ພາກ​ພື້ນມີ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ​ໃນ​ປັດຈຸບັນ​ນີ້, ການ​ທີ່​ເພີ່​ມທະວີ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ກອງທັບ​ຈີນ​ລາວ​ແມ່ນ​ສຳຄັນ​ທີ່​ສຸດ,ນີ້ບໍ່​ພຽງ​ແຕ່​​ແມ່ນສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ ອັນ​ເປັນ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ສອງຊາດ​ທໍ່​ນັ້ນ, ກໍ່​ມີ​ຜົນ​ດີ​ຕໍ່​ສັນຕພິາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນນີ້​ອີກ​ດ້ວຍ.

​ໃນ​ເວລາ​ກ່າວ​ເຖິງ​ຜົນ​ງານ​ທີ່​ໄດ້​ຮັບ​ໃນ​ການ​ຢ້ຽມ​ຢາມ​ເທື່ອ​ນີ້, ພົນ​ເອກ​ລຽງ​ກ່ວງ​ເລ້ຍ​ກ່າວ​ວ່າ, ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ທີ່​ມີ​ຕໍ່​ສະຖານະ​ການ​ຄວາມ​ຫມັ້ນຄົງ​ໃນ​ພາກ​ພື້ນ​ແລະ​ສາ​ກົນ, ​ແລະ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຢ່າງ​ແທ້​ຈ້ງ​ລະ​ຫວ່າງ​ສອງ​ກອງ​ທັບ,ທັງ​ໄດ້ມີຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳຄັນ​ໃນ​ຫລາຍ​ດ້ານ.