ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ແລະ​ຫວຽດ​ນາມ​ປະ​ຈຳ​ປັກ​ກິ່ງ​ຈັດ​ງານ​ພົບ​ປະ​ແລະ​ແຂ່ງ​ຂັນ​ກິລາ​ມິດ​ຕະ​ພາບ

(GMT+08:00) 2012-09-09 13:16:20     cri

ໃນຕອນບ່າຍວັນທີ 8/9/2012, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນໄດ້ຈັດງານພົບປະແຂ່ງຂັນກິລາມິດ
ຕະພາບແລະຈັດພາເຂົ້າ​ສາ ມັກຄີຮ່ວມກັບສະຖານເອກອັກຄະລັດ ຖະທູດ ສສ ຫວຽດນາມ ປະຈຳ ສປ ຈີນ ຢູ່ທີ່ສະຖານເອກ
ອັກຄະລັດຖະທູດ ສສ ຫວຽດນາມເພື່ອສະເຫຼີມສະຫຼອງສອງວັນ ປະຫວັດສາດ ຄື: ວັນຄົບຮອບ 35 ປີແຫ່ງການເຊັນສົນທິສັນ
ຍາມິດຕະພາບ ແລະການຮ່ວມມື ລະຫວ່າງລາວແລະຫວຽດນາມ (18/7/1977-18/7/2012) ແລະວັນຄົບຮອບ 50 ປີ ແຫ່ງການ
ສ້າງສາຍພົວພັນການທູດນຳ ກັນ (5/9/1962-5/9/2012).

ໃນການແຂ່ງຂັນກິລາມິດຕະພາບນີ້ ມີ 3 ປະເພດ ຄື: ຕີດອກປີກໄກ່, ປິງ ປ໋ອງແລະເທັນນິສຕາມສະພາບຄວາມສາມາດແລະສະ
ຖານທີ່ການແຂ່ງຂັນ.
ເຂົ້າຮ່ວມເປັນກຽດໃນງານດັ່ງກ່າວມີ ທ່ານ ສົມດີ ບຸນຄຸ້ມ, ເອກອັກຄະລັດ ຖະທູດ ສປປ ລາວປະຈຳ ສປ ຈີນແລະທ່ານຫງວຽນ
ວັນເທີ, ເອກອັກຄະ ລັດຖະທູດ ສສ ຫວຽດນາມປະຈຳ ສປ ຈີນ ຊຶ່ງໄດ້ແລກປ່ຽນກັນຂຶ້ນກ່າວຄຳເຫັນແລະຍົກໃຫ້ເຫັນມູນເຊື້ອ
ແຫ່ງການເຕີບໃຫຍ່ຂະ ຫຍາຍຕົວຂອງສາຍພົວພັນຄວາມສາມັກຄີມິດຕະພາບແລະການຮ່ວມມືຮອບດ້ານລະຫວ່າງສອງພັກ,
ສອງລັດແລະ ປະຊາຊົນສອງຊາດລາວ-ຫວຽດນາມໃນສະໄໝຕໍ່ສູ້ປົດປ່ອຍຊາດແລະໄລຍະແຫ່ງ ການປົກປັກຮັກສາແລະສ້າງ
ສາພັດທະນາປະເທດຊາດໃນປະຈຸບັນ.

ສະຖານເອກອັກຄະລັດຖະທູດ ສປປ ລາວ ແລະສະຖານເອກອັກຄະລັດຖະ ທູດ ສສ ຫວຽດນາມປະຈຳ ສປ ຈີນມີມູນເຊື້ອ
ການພົວພັນອັນດີງາມແລະມີການ ພົບປະແລກປ່ຽນເປັນປົກກະຕິປີລະ 2 ຄັ້ງຄື:ພົບປະມິດຕະພາບໃນໂອກາດປີໃໝ່ຂອງລາວ
ໃນເດືອນ 4 ແລະບຸນເຕັດຂອງຫວຽດ ນາມ ໃນເດືອນ 2 ຂອງທຸກໆປີ.
(ຈົບ)