ວິ​ສາ​ຫະກິດ​ລາວ​ກາຍ​ເປັນ​ນັກທຸລະກິດສະໜັບ​ສະ​ໜູນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ເປັນ​ຄັ້ງ​ທຳ​ອິດ

(GMT+08:00) 2012-09-10 16:30:18     cri
ກອງ​​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນລາຍ​ງານ​ວ່າ:ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ທ່ານ​ສົມ​ຫວັງ ນິນ​ທະ​ວົງ,ຫົວໜ້າ​ກົມສົ່ງ​ເສີມ​ແລະ​ການ​ພັດທະນາສິນຄ້າຂອງ​ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ລາວ​ໄດ້​ສົ່ງ​ໂທລະ​​ເລກ​ໄປ​ຍັງ​ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໂດຍ​​ແຈ້ງ​ໃຫ້​ຮູ້​ວ່າ,ບໍລິສັດ​ເບຍ​ລາວ​ຈຳກັດ​ຈະ​ໃຫ້ການສະ​ໜັບສະ​ໜູນແກ່​ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 9. ນີ້​ແມ່ນ​ວິ​ສາ​ຫະກິດ​ລາວ​ກາຍ​ເປັນ​ນັກທຸລະກິດສະໜັບສະໜູນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ເປັນ​ຄັ້ງ​ທຳ​ອິດ.

ເນື່ອງ​ໃນ​ໂອກາດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ,ວິ​ສາ​ຫະກິດ​ລາວ​ໄດ້​ເຂົ້າ​ສູ່​ຕະຫຼາດ​ຈີນຢ່າງ​ສຳ​ເລັດ​ຜົນ.​ງານ​ວາງສະ​ແດງ​ທຸກ​ຄັ້ງ​ທີ່​ຜ່ານ​ມາລ້ວນ​ແຕ່​​ໄດ້​ອຳນວຍ​ໂອກາດ​ທີ່​ດີ​ໃຫ້​ແກ່​ລາວ​ໃນ​ການ​ໂຮມ​ສູນ​ວາງສະ​ແດງ​ຜະລິດ​ຕະພັນ​ໄມ້ ​ເຄື່ອງ​ຫັດຖະກຳ ອາຫານ ​ເພັດ​ນິນ​ຈິນດາ​ແລະ​ຜະລິດ​ຕະພັນ​ອື່ນໆ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ລາວ. ​ນັບມາ​ເຖິງ​ປີ​ນີ້,ລາວ​ໄດ້​ເໝົາ​ອາຄານ​ວາງສະ​ແດງ​ສະ​ເພາະ​ເປັນ​ປີ​ທີ 4 ​ແລ້ວ.​ໃນ​ງານ​ວາງສະ​ແດງ​ຂອງ​ປີ​ກາຍ,ກຸ່ມບໍລິສັດອາຊີ​ອາຄະ​ເນ​ຈຳກັດ​ຂອງ​ລາວ​ກັບ​ບໍລິສັດ​ຂາ​ເຂົ້າຂາ​ອອກ​ເຄື່ອງ​ກົນຈັກ​ຈຳກັດ​ແຂວງ​ເຈີ້​ຈ່ຽງຂອງ​ຈີນ​ໄດ້​ລົງ​ນາມ​ໃນ​ສັນຍາ​ຊື້​ຂາຍ​ແປ້ງມັນ​ຕົ້ນ​ປະລິມານ 1 ໝື່ນ 5 ພັນ​​ໂຕນ,​ໄດ້​​ສ້າງ​ລາຍຮັບນັບ​ມື້​ນັບ​ຫຼາຍ​ຂຶ້ນ.