ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃຫ້​ຄຳ​ຕອບ​ຕໍ່​ທິດ​ທາງ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ​ທີ່​​ວ່າ ຫັນ​ເກາະ​ຕ້ຽວ​ອີ​ໃຫ້​ເປັນ​ຂອງ​ລັດ​ຖະ​ບານ

(GMT+08:00) 2012-09-10 18:11:11     cri
ຕາມ​ບາງສື່​ມວນ​ຊົນ​ລາຍ​ງານ​ວ່າ,​ຕອນ​ບ່າຍ​ວັນ​ທີ10​ກັນຍາ​ນີ້,​ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ຕົກ​ລົງ​ທິດ​ທາງ​ທີ່​ວ່າ ຈະ​"ຫັນ​​ເກາະ​ຕ້ຽວ​ອີ​ໃຫ້​ເປັນ​ຂອງ​ລັດ​ຖະ​ບານ".​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ,​ທ່ານ​ຮົງ​ເຫຼີຍ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ລັດ​ຖະ​ບານ​ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ແລະ​ນ້ຳ​ໃຈ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຕໍ່​ການ​ປ້ອງ​ກັນ​ອະ​ທິ​ປະ​ໄຕ​ເໜືອ​ດິນ​ແດນ​ເກາະ​ຕ້ຽວ​ອີ.

ທ່ານ​ກ່າວ​ວ່າ: "​​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ທີ່​ຂຶ້ນກັບ​ເກາະ​ນີ້​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ,​ຈີນ​ມີ​ຫຼັກ​ຖານ​ອ້າງ​ອີງ​ທາງ​ປະ​ຫວັດ​ສາດ​ແລະ​ກົດ​ໝາຍ​ຢັ້ງ​ຢືນ​ຢ່າງ​ພຽງ​ພໍ​ກ່ຽວ​ກັບ​ເລື່ອງ​ນີ້.​ຍີ່​ປຸ່ນ​ໃຊ້​ການ​ກະ​ທຳ​ໃດໆ​ຕໍ່​ເກາະ​ຕ້ຽວ​ອີ​ພຽງ​ຝ່າຍ​ດຽວລ້ວນ​ແຕ່​ແມ່ນ​ຜິດ​ກົດ​ໝາຍ​ແລະ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ.​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ.​ພວກ​ຂ້າ​ພະ​ເຈົ້າ​ພວມ​ຕິດ​ຕາມ​ຄວາມ​ຄືບ​ໜ້າ​ຂອງ​ເຫດ​ການ​ນີ້​ຢ່ງ​ໃກ້​ຊິດ,​ແລະ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ປ້ອງ​ກັນ​ຜືນ​ແຜ່ນ​ດິນ​ແລະ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ."