ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຮຽກ​ພົບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ​ປະ​ຈຳ​ຈີນ​ເພື່ອ​ສະ​ແດງ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ

(GMT+08:00) 2012-09-10 21:07:27     cri
ວັນ​ທີ10​ກັນຍາ​ນີ້,ທ່ານຢາງ​ເຈ​ຊື,ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຮຽກ​ພົບ​ທ່ານ​ຢູອີ​ຊີ​ໂຣ ນິ​ວະ,​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ​ປະ​ຈຳ​ຈີນ,​ເພື່ອ​ສະ​ແດງ​ການ​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ແລະ​ການ​ກະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ລັດ​ຖະ​ບານ​ຍີ່​ປຸ່ນ​ຈະ​ຊື້​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດ​ໝາຍ.

ທ່ານ​ຢາງ​ເຈ​ຊືຊີ້​ອອກ​ວ່າ,​ເກາະ​ຕ້ຽວ​ອີ​ແລະ​​ເກາະດອນ​ທີ່​ຂຶ້ນກັບ​ເກາະ​ນີ້​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ,​ຈີນ​ມີ​ຫຼັກ​ຖານ​ອ້າງ​ອີງ​ທາງ​ປະ​ຫວັດ​ສາດ​ແລະ​ກົດ​ໝາຍ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ເລື່ອງ​ນີ້.​ຈີນ​ກ່າວ​ຢ້ຳ​ຢ່າງ​ເຄັ່ງ​ຂຶມ​ວ່າ,​ຍີ່​ປຸ່ນ​ໃຊ້​ການ​ກະ​ທຳ​ພຽງ​ຝ່າຍ​ດຽວ​ ຄື ອັນ​ທີ່​ວ່າ "ຊື້"​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ທີ່​ຂຶ້ນ​ກັບ​ເກາະ​ນີ້​ແມ່ນ​ຜິດ​ກົດ​ໝາຍ​ແລະ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ.

ໃນ​ມື້​ດຽວ​ກັນ,ທ່ານ​ເຊີງຢົງ​ຮວາ,​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ຍີ່ປຸ່ນ​ກໍ່​ໄດ້​ສະ​ແດງ​ການ​ຕໍ່ ວ່າ​ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ແລະ​ໄດ້​ຍື່ນ​ບົດ​ບັນ​ທຶກ​ການ​ປະ​ທ້ວງ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ.