ກອງທັບ​ຈີນ​ຈະ​ຕິດ​ຕາມ​ການ​ຜັນ​ແປ​ຂອງ​ສະ​ພາບ​ການ​ເກາະ​ຕ້ຽວ​ອີ​ຢ່າງ​ໃກ້​ຊິດ​ແລະ​ຈະສະ​ຫງວນ​ສິດ​ໃນ​ການ​ໃຊ້​ມາດ​ຕະ​ການ​ທີ່​ກ່ຽວ​ຂ້ອງ

(GMT+08:00) 2012-09-11 15:50:05     cri

ວັນ​ທີ11​ກັນຍາ​ນີ້,ທ່ານ​ເກິ​ງຢ້ຽນ​ເຊິ່ງ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ,ກອງທັບ​ຈີນ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ແລະ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ຍີ່​ປຸ່ນທີ່​ໃຊ້​ການ​ກະທຳ​ອັນ​ທີ່​​ເອີ້ນວ່າ​ຊື້​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ.ກອງທັບ​ຈີນ​ພວມ​ຕິດຕາມ​ຄວາມ​ຄືບ​ໜ້າ​ຂອງ​ບັນຫາເກາະ​ຕ້ຽວອີ​ຢ່າງ​ໃກ້ຊິດ​ແລະ​ຈະສະຫງວນ​ສິດ​ໃນ​ການ​ໃຊ້​ມາດ​ຕະການ​ທີ່​ກ່ຽວຂ້ອງ.

ທ່ານ​ເກິ​ງຢ້ຽນ​ເຊິ່ງກ່າວ​ວ່າ,ວັນ​ທີ10​ກັນຍາ​ນີ້,ລັດຖະບານ​ຍີ່​ປຸ່ນບໍ່ສົນ​ໃຈ​ນຳ​ການ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຂອງ​ຈີນ,ປະກາດ​ຢ່າງ​ບັງອາດ​ວ່າຈະ​ຊື້​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະ​ນານ​ສ້ຽວ​ແລະ​ເກາະ​ເປີ​ຍສ້ຽວ​ທີ່​ຂຶ້ນ​ກັບ​ເກາະ​ຕ້ຽວ​ອີ​ຂອງ​ຈີນ,ການ​ເຄື່ອນ​ໄຫວ​ທີ່ເ​ຮັດ​ໃຫ້ເກາະ​ຕ້ຽວ​ອີກາຍ​ເປັນ​ຊັ​ບສິນ​ຂອງ​ລັດ,ນີ້​ໄດ້​ເປັນ​ການ​ລ່ວງ​ລ້ຳ​ສິດ​ອຳນາດ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ.ກອງທັບ​ຈີນ​ຄັດຄ້ານ​ຢ່າງ​​ເດັດດ່ຽວ​ແລະ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ດັ່ງກ່າວ.

ທ່ານ​ເກິ​ງຢ້ຽນ​ເຊິ່ງກ່າວ​ວ່າ,ນັບ​ແຕ່​ຕົ້ນ​ປີ​ນີ້​ມາ,ລັດຖະບານ​ຍີ່​ປຸ່ນປ່ອຍປະ​ໃຫ້​ອິດ​ທິກຳລັງ​ຝ່າຍ​ຂາວ​ສ້າງ​ເລື່ອງ​ຊື້​ເກາະ​ຕ້ຽວອີ,ຈົນ​ວ່າລັດຖະບານ​ຍີ່​ປຸ່ນອອກ​ໜ້າ​ຊື້​ເກາະ​ດ້ວຍ​ຕົນ​ເອງ,ນີ້​ໄດ້​ທຳລາຍ​ສະພາບ​ການ​ພັດທະນາ​ການ​ພົວພັນລະຫວ່າງ​ຈີນ​ຍີ່​ປຸ່ນຢ່າງ​ຮ້າ​ຍ​ແຮງ.ປີ​ນີ້,ຍີ່ປຸ່ນ​ໄດ້​ເພີ່ມ​ກຳລັງ​ອາວຸດ​ດ້ວຍ​ຂໍ້​ອ້າງ​ຕ່າງໆນາໆ,​ເຮັດ​ໃຫ້​ສະຖານະ​ການ​​ໃນ​ພາກ​ພື້ນ​ນີ້​ເຄັ່ງ​ຕຶງ​ຂຶ້ນ​ເລື້ອຍໆ,ສ້າງ​ເລື່ອງ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ຢ່າງ​ລຽນ​ຕິດ,ຊຶ່ງ​ເລື່ອງ​ນີ້​ເປັນ​ເຫດ​ໃຫ້​ປະ​ເທດ​ໃກ້ຄຽງຂອງ​ຍີ່​ປຸ່ນ​​ແລະ​ປະຊາ​ຄົມ​ໂລກ​ລະວັງ​ຕົວ​ໃນ​ລະດັບ​ສູງ.

ທ່ານ​ເກິງຢ້ຽນ​ເຊິ່ງກ່າວ​ເນັ້ນ​ວ່າ:ລັດຖະບານ​ແລະ​ກອງທັບ​ຈີນ​ມີ​ຄວາມ​ຕັດສິນ​ໃຈ​ຢ່າງ​ເດັດດ່ຽວ​ໃນ​ການ​ປົກ​ປ້ອງ​ສິດ​ອຳນາດ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ຊາດ,​ແລະ​ກຳລັງ​ຕິດຕາມ​ຄວາມ​ຄືບ​ໜ້າ​ຂອງ​ສະພາບ​ການເກາະ​ຕ້ຽວ​ອີ​ຢ່າງ​ໃກ້ຊິດ,​ແລະ​ສະຫງວນ​ສິດ​ໃນ​ການ​ໃຊ້​ມາດ​ຕະການ​ທີ່​ກ່ຽວຂ້ອງ.