ກ່ຳ​ປັ່ນ​ຕິດຕາມ​ຄຸ້ມຄອງ​ທາງ​ທະ​ເລ​ຂອງ​ຈີນ​ເດີນ​ທາງ​ໄປ​ເຖິງ​​ທະ​ເລ​ເຂດ​ເກາະ​ຕ້ຽວ​ອີ

(GMT+08:00) 2012-09-11 17:39:00     cri
ກ່ຳ​ປັ່ນ​ຕິດຕາມ​ຄຸ້ມຄອງ​ທາງ​ທະ​ເລ​ຈີນ​ເລກທີ46​ແລະ49​ໄດ້​ເດີນທາງ​ໄປ​ເຖິງ​ທະ​ເລ​ເຂດ​ເກາະ​ຕ້ຽວ​ອີ​ທີ່​ເປັນ​ດິນ​ແດນ​ຂອງ​ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ11​ກັນຍາ​ນີ້.ພາກສ່ວນ​ຕິດຕາມ​ຄຸ້ມຄອງ​ທາງ​ທະ​ເລ​ຈີນ​ຈະຕິດຕາມສະພາບ​ຕົວ​ຈິງ​ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ແລະ​ປະກາດ​ສິດ​ອຳນາດ​ອະທິປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ.ນີ້​ເປັນ​ການ​ຕອບ​ໂຕ້​ຢ່າງ​ຮຸນ​ແຮງ​ຕໍ່​ກົນອຸບາຍ​ຂອງ​ຍີ່ປຸ່ນທີ່ມີ​ເຈດ​ຕະນາ​ເຮັດ​ໃຫ້​ສິດ​ອຳນາດ​ອະທິປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ກາຍ​ເປັນ​ບັນຫາ​ອັນ​ແນ່ນອນ,​ແລະ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມຕັ້ງ​​ໃຈ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ລັດຖະບານ​ຈີນ​ໃນ​ການ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ແລະ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຊາດ.