ຈີນ​ໃຊ້​ມາດ​ຕະການ​ເດັດຂາດ​ຕອບ​ໂຕ້​ຍີ່​ປຸ່ນ

(GMT+08:00) 2012-09-12 15:57:20     cri
ວັນ​ທີ12​ກັນຍາ​ນີ້,ໜັງສື​ພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ​ສະບັບ​ຕໍ່​ຕ່າງປະ​ເທດ​ໄດ້​ລົງ​ພິມ​ບົດ​ວິຈານ​ທີ່​ພາດ​ຫົວ​ເລື່ອງ​ວ່າ" ຈີນ​ຕອບ​ໂຕ້​ຍີ່​ປຸ່ນ​ຢ່າງ​ບໍ່​ອ່ອນ​ຂໍ້"

ບົດ​ຄວາມ​ຂຽນ​ວ່າ,ຍີ່​ປຸ່ນມີ​​​ເຈດ​ຕະນາ​ຍຶດ​ເອົາ​ເກາະ​ຕ້ຽວ​ອີ​ມາ​​ເປັນ​ເວລາ​ດົນ​ນານ​ແລ້ວ.​ໃນ​ທ້າຍ​ສະຕະວັດ​ທີ19,ຍີ່​ປຸ່ນສວຍ​ໂອ​ກາດ​ທີ່​ຈີນ​​ເປັນ​ປະ​ເທດ​ທີ່​ທຸກ​ຍາກ​ແລະ​ອ່ອນ​ແອ​ໃນ​ເວລາ​ນັ້ນ,ລັກ​ຍຶດ​ເກາະ​ຕ້ຽວອີ​ພ້ອມ​ດ້ວຍ​ເກາະດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ຢ່າງ​ຜິດ​ກົດໝາຍ.ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ2​ສິ້ນສຸດ​ລົງ​ແລ້ວ,ຍີ່​ປຸ່ນ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ປະລາ​ໄຊ​ບໍ່​ໄດ້​ເຄົາລົບ​ປະຕິບັດ​ຕາມ​ຖະ​ແຫຼ​ງການ​ເລີ​ແກ​ແລະ​ຖະ​ແຫຼງ​ການ​ປົສ​ດຳມ​ທີ່​ກຳ​ນົດ​ວ່າ​ຕ້ອງ​ສົ່ງ​ເກາະ​ຕ້ຽວ​ອີ​ຄືນ​ໃຫ້​ຈີນ.ຍີ່​ປຸ່ນ​ລັກ​ເອົາ​ເກ​າະຕ້ຽວ​ອີ​ແລະຄຸ້ມ​ຄອງ​ເກາະ​ນີ້​ຢ່າງ​ຜິດ​ກົດໝາຍ​ນັ້ນ​ເປັນ​ການ​ປະຕິ​ເສດ​ຢ່າງ​ເປີດ​ແປນ​ຕໍ່​ຜົນສຳ​ເລັດ​​ໃນ​ການ​ໄດ້​ຮັບ​​ໄຊຊະນະ​ໃນ​ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ,ຍິ່ງ​ເປັນ​ການ​ທ້າ​ທາຍ​ຢ່າງ​ຮຸນ​ແຮງ​ຕໍ່​ລະບຽບ​ ​ສາກົນ​ຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ2.

ນັບ​ແຕ່​ຊຸມ​ປີ1990​ເປັນ​ຕົ້ນ​ມາ,​ເສດຖະກິດ​ຍີ່​ປຸ່ນ​ຢຸດ​ສະ​ງັກບໍ່​ມີ​ຄວາມ​ກ້າວໜ້າ,ກຳລັງ​ຕ່າງໆ​ໃນ​ອາຊີ​ຕາ​ເວັນ​ອອກກຳລັງ​ມີ​ການ​ປ່ຽນ​ແປງ​ຢ່າງຫຼວງຫຼາຍ,ຍີ່​ປຸ່ນມີ​ຖານະ​ຕົກ​ຕ່ຳລົງ​ຕື່ມ​ອີກ​ໃນ​ອາຊີ​ປາຊີ​ຟິກກໍ່​ຄື​ໃນ​ໂລກ,ຜູ້​ຕົກລົງ​ນະ​ໂຍບາຍ​ຂອງ​ຍີ່​ປຸ່ນຮູ້ສຶກ​ວິຕົກ​ກັງວົນ​ຫຼາຍ​,​ເກີດ​ມີ​ຄວາມ​ເປັນ​ຫ່ວງນຳ​ວິ​ກິດ​ການ​ທີ່​ອາດ​ຈະ​ເກີດ​ຂຶ້ນ,ຈົນ​​ໄດ້​ສ່ຽງ​ໄພ​ໃນ​ການ​ສ້າງ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ,ຜິດ​ກັບປະ​ເທດ​ອ້ອມ​ຂ້າງ​ຂອງ​ຕົນ,ຊຶ່ງ​ສ້າງ​ຄວາມ​ຜິດພາດ​ໃນ​ການປະ​ເມີນສະຖານະ​ການ.

ກ່ອນ​ອື່ນ,ຍີ່​ປຸ່ນ​ໄດ້ຕີ​ລາຄາຢ່າງ​ຜິດພາດ​ຕໍ່​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ຕັ້ງ​ໃຈ​ຂອງ​ຈີນ​ໃນ​ການ​ປົກ​ປັກ​ຮັກ ​ສິດ​ອຳນາດ​ອະທິປະ​ໄຕທາງ​ດ້ານ​ດິນ​ແດນ.ຈີນ​ບໍ່​​ແມ່ນ​ປະ​ເທດ​ຄື​ອະດີດ​ເມື່ອ100ກວ່າ​ປີ​ກ່ອນ​ແລ້ວ,​ເຖິງ​ແມ່ນ​ວ່າ​ຈີນ​ໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ການ​ພັດທະນາ​ໂດຍ​ສັນຕິ​ມາ​ໂດຍ​ຕະຫຼອດ​ກໍ່ຕາມ,​ແຕ່​ຈີນຈະ​ບໍ່​ແລກ​ເອົາ​ການ​ພັດທະນາ​ໂດຍ​ສັນຕິ​ດ້ວຍ​ການ​ສະຫຼະສິດອຳນາດ​ອະທິປະ​​ໄຕທາງ​ດ້ານ​ດິນ​ແດນຢ່າງ​ເດັດຂາດ.

ອັນ​ທີ​ສອງ,ຍີ່​ປຸ່ນ​ໄດ້ຕີ​ລາຄາຢ່າງ​ຜິດພາດ​ຕໍ່​ທ່າ​ທີ​ຂອງ​ອາ​ເມ​ລິ​ກາ.ຍີ່​ປຸ່ນອາດ​ຈະ​ຍັງ​ບໍ່​ທັນ​ໄດ້​ຖອດ​ຖອນ​ບົດຮຽນ​ທາງ​ລົບ​ໃນ40​ປີ​ກ່ອນ,ຄື​ໃນ​ເວລາ​ນັ້ນ​ພາຍ​ໃນຍີ່​ປຸ່ນມີ​ການ​ຖົກ​ຖຽງ​ກັນ​ຢ່າງ​ຮຸນ​ແຮງ​ວ່າ​ຈະ​ສ້າງສາ​ຍພົວພັນ​ທີ່​ດີ​ກັບ​ຈີນ​ຫຼື​ບໍ່​ນັ້ນ,ທ່ານ​ນິກຊັນ ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ເວລາ​ນັ້ນ​ກໍ່​ໄດ້​ເລີ່​ມຢ້ຽມຢາມ​ຈີນ​ແລ້ວ.

ປະຈຸ​ບັນ,ຈີນ​ໄດ້​ປະກາດ​ມາດ​ຕະການ​ຕອບ​ໂຕ້​ຍີ່​ປຸ່ນ​ຊຶ່ງ​ລວມທັງ​ສົ່ງ​ກ່ຳ​ປັ່ນ​ຕິດຕາມ​ຄຸ້ມຄອງ​ທາງ​ທະ​ເລ​ໄປ​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ,ປະກາດ​ຈຸດພິກັດ​ແລະ​ເສັ້ນ​ພື້ນຖານ​ໃນ​ການ​ຂີດ​ແບ່ງ​ຊາຍ​ແດນ​ທາງ​ທະ​ເລ​ຂອງ​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະ​ດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ຂອງ​ຈີນ,ຈະ​ປະຕິບັດ​ການ​ຕິດຕາມ​ກວດກາ​ເປັນ​ປະຈຳ​ຕໍ່​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ເຫຼົ່າ​ນີ້​ເປັນ​ຕົ້ນ.ນອກ​ນີ້,ລັດຖະບານ​ຈີນ​ຍັງ​ປະຕິບັດ​ຕາມ​ກົດໝາຍ​ສາກົນ​ແລະ​ທຳນຽມສາກົນ​ໃນ​ການ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແລະ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຊາດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ.​ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ສິດ​ອຳນາດ​ອະທິປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ແມ່ນ​ການປະ​ລອງ​ກຳລັງ​ທາງ​ດ້ານ​ຄວາມ​ຕັ້ງ​ໃຈ​ຂອງ​ຊາດ​ໃນ​ໄລຍະ​ຍາວ​ນານ,ຈະບໍ່​ສາມາດ​ປະສົບ​ຜົນສຳ​ເລັດ​ໄດ້​ໃນ​ມື້ໜຶ່ງ​ຄືນ​ດຽວ,​ແຕ່​ຖ້າວ່າ​ປະຈຸ​ບັນ​ບໍ່​ປາບ​ປາມ​ຄວາມ​ບັງ​ອາດ​​ໂຫດຮ້າຍ​ຂອງ​ຍີ່ປຸ່ນ,​ໃນ​ຕໍ່ໜ້າ,ຈະ​ສົ່ງ​ຜົນ​ບໍ່​ດີ​ຕາມ​ມາ​ຢ່າງ​ຫຼວງ​ຫຼາຍໃຫ້​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.