ຈີນ​ຍື່ນ​ຕາຕະລາງ​ຈຸດ​ພິກັດກ່ຽວ​ກັບ​ເສັ້ນ​ພື້ນຖານ​​ຂີດ​ແບ່ງ​ນ່ານນ້ຳທະ​ເລ​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ແຜ່ນ​ທີ່​ທະ​ເລ​ທີ່​ກ່ຽວຂ້ອງ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ເພື່ອນຳ​ໄປ​ເກັບ​ຮັກ​ສາ​ໄວ້

(GMT+08:00) 2012-09-14 13:17:22     cri
ຕາມ​ຂ່າວCRIລາຍ​ງານ​ວ່າ:ຕອນ​ບ່າຍ​ວັນ​ທີ13​ກັນຍາ​ນີ້,ທ່ານ​ລີ​ປາວ​ຕົ່ງ ​ເອກ​ອັກຄະ​ລັດ​ຖະທູດ​​ຜູ້​ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ໂດຍຜ່ານ​ທ່ານ​ບັນກີ​ມູນ ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດໄດ້ຍື່ນ​ຖະ​ແຫຼ​ງການ​ຂອງ​ຈີນ​ກ່ຽວ​ກັບ​ເສັ້ນ​ພື້ນຖານ​ຂີດ​ແ​ບ່ງນ່ານນ້ຳທະ​ເລ​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະ​ດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ແລະ​ແຜນ​ທີ່​ທາງ​ທະ​ເລ​ຂອງ​ເກາະ​ຕ້ຽວ​ອີ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ນຳ​ໄປ​ເກັບ​ຮັກ​ສາ​ໄວ້.​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ​ຈີນ​ເພື່ອ​ປະ​ກາດ​ຕໍ່​ປະ​ຊາ​ຄົມ​ໂລກ​ກ່ຽວ​ກັບ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ພາຍ​ຫຼັງ​ທີ່​ຈີນ​ໄດ້​ປະກາດ​ໃນ​ວັນ​ທີ10​ກັນຍາ​ນີ້​ກ່ຽວ​ກັບ​ເສັ້ນ​ພື້ນຖານ​ຂີດ​ແບ່ງ​ນ່ານນ້ຳທະ​ເລ​ເກາະ​ຕ້ຽວ​ອີ​ພ້ອມ​ດ້ຍຍ​ເກາະດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ.ມາ​ຮອດ​ເວລາ​ນີ້,ຈີນ​ໄດ້​ປະຕິບັດ​ຕາມ​ພັນທະ​ທີ່​ກຳນົດ​ໄວ້​ໃນ​ສົນ​ທິ​ສັນ​ຍາ​ກົດ​ໝາຍ​ທາງ​ທະ​ເລ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,​ແລະ​ໄດ້​ສຳ​ເລັດ​ຂັ້ນ​ຕອນ​ລະ​ບຽບ​ການ​ທັງ​ໝົດ​ຕາມ​ກົດ​ໝາຍ​ໃນ​ການ​ປະກາດ​ຈຸດ​ພິກັດ​ແລະ​ເສັ້ນ​ພື້ນ​ຖານ​ຂີດ​ແບ່ງ​ນ່ານ​ນ້ຳ​ທະ​ເລ​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະດອນ​ຕ່າງ​ໆ​ທີ່​ຢູ່​ບໍ​ລິ​ເວນ​ໃກ້​ຄຽງ,​ເອ​ກະ​ສານ​ສະ​ບັບ​ນີ້​ຈະ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ຈີນ​ໃນ​ການ​ໄປ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທາງ​ທະ​ເລ​ຢູ່​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເຂດ​ທະ​ເລ​ບໍ​ລິ​ເວນ​ໃກ້​ຄຽງ​ໃນ​ຕໍ່​ໜ້າ​ກໍ່​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ສິນ​ທຳ​ຈາກ​ກົດ​ໝາຍ​ສາ​ກົນ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ລີ​ປາວ​ຕົ່ງ​ກ່າວ​ເນັ້ນ​ວ່າ,​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູຮານ​ນະ​ການ,ປະຊາຊົນ​ແລະ​ລັດຖະບານ​ຈີນ​ມີ​ຄວາມ​ຕັດສິນ​ໃຈ​ແລະ​ກໍ່​ມີ​ຄວາມ​ສາມາດ​ເຕັມ​ສ່ວນ​ໃນ​ການ​ປົກ​ປ້ອງ​ສິດ​ອຳນາດ​ອະທິປະ​ໄຕ​ທາງ​ດ້ານ​ດິນ​ແດນ​ຂອງ​ປະ​ເທດ​ຕົນ,ປົກ​ປັກ​ຮັກສາ​ແລະ​ປົກ​ປ້ອງ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ.