ລັດຖະບານ​ຈີນ​ຍື່ນແຜນການ​ຂີດ​ແບ່ງ​​ໄຫຼ່ທະວີບ​ນອກ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ຕັ້ງ​ໃຈ​ອັນ​ເດັດດ່ຽວ​ໃນ​ການ​ປົກ​ປັກ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຊາດ

(GMT+08:00) 2012-09-17 14:26:53     cri
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ:ວັນ​ທີ16​ກັນຍາ​ນີ້,ທ່ານ​​ເຕິ້ງ​ຈົ່ງ​ຮວາ ຫົວໜ້າ​ກົມ​​ຊາຍ​ແດນ​ແລະ​ທະ​ເລ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ລັດ​ຖະ​ບານ​ຈີນ​ຕົກ​ລົງ​ຈະ​ຍື່ນ​ແຜນ​ການ​ຂີດ​ແບ່ງ​ໄຫຼ່​ທະ​ວີບ​ຢູ່​ນອກ​ເຂດ​ທະ​ເລ​ບາງ​ສ່ວນ​ຂອງ​ທະ​ເລ​ຈີນ​ຕາ​ເວັນ​ອອກ​200ໄມ​ທະ​ເລ​ໃຫ້​ຄະ​ນະ​ກຳ​ມະ​ການ​ຂອບ​ເຂດ​ໄຫຼ່​ທະ​ວີບ.

ທ່ານ​ເຕິ້ງ​ຈົ່ງ​ຮວາ​ກ່າວ​ວ່າ:ລັດຖະບານ​ຈີນ​ມີ​ຈຸດ​ຢືນ​ມາ​ໂດຍ​ຕະຫຼອດ​ວ່າ​ໄຫຼ່​ທະວີບ​ຂອງ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ເນັ່ງ​ໄປ​ເຖິງ​ຮ່ອມ​ທະ​ເລ​ໂອ​ກິ​ນາ​ວາ,​ຊຶ່ງ​ວັດ​ແທກ​ຈາກ​ເສັ້ນ​ພື້ນ​ຖານ​ຂີດ​ແບ່ງ​ຊາຍ​ແດນ​ທາງ​ທະ​ເລ​ຂອງ​ຈີນ​ໄດ້​ກວ້າງ​ອອກ200​ໄມ​ທະ​ເລ.ສ່ວນ​ການ​ຍື່ນ​ແຜນ​ການ​ຂີດ​ແບ່ງ​ໄຫຼ່​ທະ​ວີບ​ຢູ່​ນອກ​ເຂດ​ທະ​ເລ​ບາງ​ສ່ວນ​ຂອງ​ທະ​ເລ​ຈີນ​ຕາ​ເວັນ​ອອກ​200​ໄມ​ທະ​ເລ​ໃນ​ຄັ້ງ​ນີ້​ແມ່ນ​ການ​ຕົກລົງ​ຂອງລັດຖະບານ​ຈີນທີ່​ປະຕິບັດ​ຕາມ​ຄວາມ​ຈິງ​ພາວະ​ວິ​ໄສ​ດັ່ງກ່າວ​ແລະ​ຂໍ້​ກຳນົດ​ກ່ຽວ​ກັບ​ສິດ​ທາງ​ດ້ານ​ໄຫຼ່​ທະວີບ​ຂອງ​ປະ​ເທດ​ແຄມ​ທະ​ເລທີ່​ລະບຸ​ໄວ້​ໃນ​ກົດໝາຍ​ສາກົນ.

ທ່ານ​​ເຕິ້ງ​ຈົ່ງ​ຮວາ​ກ່າວ​ເນັ້ນ​ວ່າ,ພາຍ​ໃຕ້​ສະພາບ​ການ​ໃນ​ປະຈຸ​ບັນ,ການ​ຍື່ນ​ແຜນການຂີດແບ່ງ​ໄຫຼ່​ທະວີບ​ຢູ່​ນອກ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ບໍ່​ພຽງ​ແຕ່​ໝາຍ​ຄວາມ​ວ່າ​ລັດຖະບານ​ຈີນ​ໄດ້​ນຳ​ໃຊ້​ສິດ​ທີ່​ກ່ຽວຂ້ອງ​ຕາມ​ສົນທິສັນຍາ​ກົດໝາຍ​ທາງ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ​,ປະ​ຕິ​ບັດ​ຕາມ​ພັນ​ທະ​ທີ່​ກ່ຽວຂ້ອງ​ເທົ່າ​ນັ້ນ,ຍັງເປັນ​ການ​ປະກາດ​ໃຫ້​ປະຊາ​ຄົມ​ໂລກ​ຊາບ​ຕື່ມ​ອີກ​ແລະ​ເສີມ​ຂະຫຍາຍ​ຈຸດ​ຢືນ​ຕະຫຼອດ​ມາ​ຂອງ​ຈີນ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ,ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ແລະ​ຈິດ​ໃຈອັນ​ເດັດດ່ຽວໜຽວ​ແໜ້ນ​ຂອງ​ລັດຖະບານ​ຈີນ​ໃນ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຊາດ.