ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຊີ້​ອອກ​ວ່າ,​ຍີ່​ປຸ່ນ​ຈະ​ປະ​ຕິ​ບັດ​ຕໍ່​ຈຸດ​​ຢືນ​ຂອງ​ຈີນ​ຢ່າງ​ຖືກ​ຕ້ອງ​ຫຼື​ບໍ່​ນັ້ນ​ຈະ​ພົວ​ພັນ​ເຖິງ​ທິດ​ຂະ​ຫຍາຍ​ຕົວ​ຂອງ​ສະ​ພາ​ວະ​ການ

(GMT+08:00) 2012-09-17 18:27:00     cri
ວັນ​ທີ17​ກັນຍາ​ນີ້,​​ໃນ​ກອງ​ປະຊຸມ​ຂ່າວ​ຕາມ​ປົກກະຕິຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ,​ໂດຍ​ແນ​ໃສ່​ເລື່ອງ​ທີ່​ທ່ານ​ໂຢ​ຊີ​ຮີ​ໂກ ​ໂນ​ດະ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ກ່າວ​ໃນ​ວັນ​ທີ​16​ກັນ​ຍາ​ນີ້​ວ່າ,​ລັດ​ຖະ​ບານ​ຍີ່​ປຸ່ນ​ຮູ້​ສຶກ​ຜິດ​ຫວັງ​ຫຼາຍ​ທີ່​ເກີດ​ມີ​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ຍີ່​ປຸ່ນ​ຢູ່​ຈີນ​ຢ່າງ​ຕໍ່​ເນື່ອງ,​ແລະ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຈີນ​ໃຊ້​ມາດ​ຕະ​ການ​ເພື່ອ​ສະ​ກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເຈົ້າ​ໜ້າ​ທີ່​ພະ​ນັກ​ງານ​ແລະ​ອົງ​ການ​ຈັດ​ຕັ້ງ​ຂອງ​ຍີ່​ປຸ່ນ​ປະ​ຈຳ​ຈີນ,​ທ່ານ​ຮົງ​ເຫຼີຍ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຊີ້​ອອກ​ວ່າ,​ຍີ່​ປຸ່ນ​ບໍ່​ຄວນ​ໃຊ້​ທ່າ​ທີ​ຫຼົບ​ຫຼີກ ຫຼື​ປິດ​ບັງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ,ປະ​ຊາ​ຊົນ​ຈີນ​ທົ່ວ​ປະ​ເທດ​ເປັນ​ເອ​ກະ​ສັນ​ກັນ​ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ຖະ​ບານ​ຍີ່​ປຸ່ນ​ຊື້​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດ​ໝາຍ.

ທ່ານ​ຮົງ​ເຫຼີຍກ່າວ​ຢ້ຳວ່າ: "ລັດຖະບານ​ຈີນ​ໄດ້​ສະ​ແດງ​ຫຼັກໝັ້ນ​ແລະ​ຈຸດ​ຢືນ​ຂອງ​ຕົນ​ຕໍ່​ຍີ່ປຸ່ນ​ດ້ວຍ​ຫຼາຍ​ຮູບ​ການ,​ປະ​ຊາ​ຊົນ​ຈີນ​ກໍ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ຄຽດ​ແຄ້ນ​ຂອງ​ຕົນ,​ສ່ວນ​ຍີ່​ປຸ່ນ​ຈະ​ປະ​ຕິ​ບັດ​ຕໍ່​ຫຼັກ​ໝັ້ນ​ອັນ​ເຄັ່ງ​ຂຶມ​ຂອງ​ລັດ​ຖະ​ບານ​ຈີນ​ຢ່າງ​ຖືກ​ຕ້ອງ​ຫຼື​ບໍ່,​ຈະ​ປະ​ຕິ​ບັດ​ຕໍ່​ສຽງ​ຮຽກ​ຮ້ອງ​ທີ່​ເປັນ​ທຳ​ຂອງ​ປະ​ຊາ​ຊົນ​ຈີນ​ ຢ່າງ​ຖືກ​ຕ້ອງ​ຫຼື​ບໍ່,​ຈະ​ໃຊ້​ທ່າ​ທີ​ແລະ​ການ​ກະ​ທຳ​ທີ່​ຖືກ​ຕ້ອງ​ຫຼື​ບໍ່,​ທັງ​ໝົດ​ເຫຼົ່າ​ນີ້​ຈະ​ພົວ​ພັນ​ເຖິງ​ການ​ຂະ​ຫຍາຍ​ຕົວ​ຂອງ​ສະ​ພາ​ວະ​ການ.​"

ຕາມ​ຂ່າວ​ແຈ້ງວ່າ,ໃນ​ວັນ​ທີ​16​ກັນ​ຍາ​ນີ້,​ຢູ່​ເມືອງ​ກວາງ​ໂຈ່ວ​ໄດ້​ມີ​ເຫດ​ການ​ທີ່​ຜູ່​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ເພື່ອ​ຄັດ​ຄ້ານ​ຍີ່​ປຸ່ນ​ຊື້​ເກາະ​ຕ້ຽວ​ອີ​ຈຳ​ນວນ​ໜຶ່ງ​ໄດ້​ທັບ​ແລະ​ພິກ​ຂວ້ຳ​ລົດ​ຍົນ​ຂອງ​ສະ​ຖານ​ກົງ​ສູນ​ອີ​ຕາ​ລີ​ປະ​ຈຳ​ກວາງ​ໂຈ່ວ.

ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຮົງ​ເຫຼີຍກ່າວ​ວ່າ: "ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ພວມ​ສອບ​ສວນ​ສືບ​ສວນ​ເຫດ​ການ​ນີ້​ຕາມ​ກົດ​ໝາຍ.​ຈີນ​ແມ່ນ​ປະ​ເທດ​ທີ່​ປົກ​ຄອງ​ດ້ວຍ​ກົດ​ໝາຍ,​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ພົນ​ລະ​ເມືອງ​ຕ່າງ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​ແມ່ນ​ປະ​ຕິ​ບັດ​ຕາມ​ພັນ​ທະ​ທີ່​ຈີນ​ໄດ້​ໃຫ້​ໄວ້​ໃນ​ສົນ​ທິ​ສັນ​ຍາ​ສາ​ກົນ​ທີ່​ກ່ຽວ​ຂ້ອງ,​ພວກ​ຂ້າ​ພະ​ເຈົ້າ​ກໍ​ຮຽກ​ຮ້ອງ​ໃຫ້​ພົນ​ລະ​ເມືອງ​ຈີນ​ສະ​ແດງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຕົນ​ຕາມ​ກົດ​ໝາຍ​ຢ່າງ​ມີ​ລະ​ບຽບ​ແບບ​ແຜນ​ແລະ​ສົມ​ເຫດ​ສົມ​ຜົນ​."