ຈີນ​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ຈິງ​ຈັງ​ທີ່​ສະ​ຖານ​ກົງ​ສຸນ​ຈີນ​ປະ​ຈຳ​ຟູ​ຄູ​ໂອ​ຄາ​ຂອງ​ຍີ່​ປຸ່ນຖືກ​ໂຈມ​ຕີ

(GMT+08:00) 2012-09-18 17:45:37     cri
ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຕາມ​ປົກກະຕິ​ຢູ່​ນະຄອນຫຼວງ​ປັກ​ກິ່ງໃນ​ວັນ​ທີ18​ກັນຍາ​ນີ້,ທ່ານ​ຫົງ​​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ລັດ​ຖະ​ບານ​ຈີນ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ຈິງ​ຈັງ​ແລະ​ກ່າວ​ປະນາມ​ຢ່າ​ງຮຸນ​ແຮງ​ໃນ​ທັນ​ທີ​ພາຍ​ຫຼັງ​ຍີ່​ປຸ່ນ​ຊື້​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດ​ໝາຍ​,ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ອອກ​ຖະ​ແຫຼງ​ການ​ອະ​ທິ​ບາຍ​ຈຸດ​ຢືນ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ.​ຈີນ​ຍັງ​ໄດ້​ປະກາດ​ຈຸດ​ພິ​ກັດ​ແລະ​ເສັ້ນ​ພື້ນ​ຖານ​ຂີດ​ແບ່ງ​ຊາຍ​ແດນ​ທາງ​ທະ​ເລ​ຂອງ​ເກາະ​ຕ້ຽວ​ອີ​ແລະ​ຍື່ນ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ໃຫ້​ອົງ​ການ​ສະ​ຫະ​ປະຊາ​ຊາດ​ເພື່ອ​ນຳ​ໄປ​ເກັບ​ຮັກ​ສາ​ໄວ້,​ຈີນ​ຍັງ​ປະ​ກາດ​ຈະ​ຍື່ນ​ແຜນ​ການ​ຂີດ​ແບ່ງ​ໄຫຼ່​ທະ​ວີບ​ນອກ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ໃຫ້​ຄະ​ນະ​ກຳ​ມະ​ການ​ຂີດ​ແບ່ງ​ໄຫຼ່​ທະ​ວີບ,​ສົ່ງ​ກອງ​ກ່ຳ​ປັ່ນ​ຕິດ​ຕາມ​ຄຸ້ມ​ຄອງ​ທາງ​ທ​ະ​ເລ​ໄປ​ລາດ​ຕະ​ເວນ​ເພື່ອ​ປະ​ຕິ​ບັດ​ກົດ​ໝາຍ​ຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ,​ການ​ນຳ​ໃຊ້​ມາດ​ຕະ​ການ​ທີ່​ເຂັ້ມ​ແຂງ​ໄດ້​ຊ່ວຍ​ຈຳ​ກັດ​ຜົນ​ກະ​ທົບ​ທີ່​ບໍ່​ດີ​ທາງ​ດ້ານ​ກົດ​ໝາຍ​ທີ່​ເກີດ​ຂຶ້ນ​ຍ້ອນ​ລັດ​ຖະ​ບານ​ຍີ່​ປຸ່ນ​ຊື້​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດ​ໝາຍ.​ຈີນ​ທວງ​ໃຫ້​ຍີ່​ປຸ່ນ​ປະ​ຕິ​ບັດ​ຕໍ່​ຈຸດ​ຢືນ​ອັນ​ເຄັ່ງ​ຂຶມ​ຂອງ​ຈີນ​ຢ່າງ​ຖືກ​ຕ້ອງ,​ປະຕິບັດ​ຕໍ່​ສຽງ​ຮຽກ​ຮ້ອງ​ອັນ​ເປັນ​ທຳ​ຂອງ​ປະ​ຊາ​ຊົນ​ຈີນ,ຢ່າ​ເຮັດ​ຕາມ​ລຳພັງ​ໃຈ​ໂດຍ​ບໍ່​ສຳນຶກ​ເຖິງ​ຄວາມ​ຜິດ​ຂອງ​ຕົນ.

ນອກ​ນີ້,ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ17​ກັນຍາ​ນີ້,ພວກ​ຝ່າຍຂວາ​ຂອງ​ຍີ່​ປຸ່ນ​ໄດ້​​ແກ​ວ່ງລະ​ເບີດ​ຄວັນ​ສອງ​ໜ່ວຍ​ໃສ່​ສະ​ຖານ​ກົງ​ສຸນ​ຈີນ​ປະ​ຈຳ​ຟູ​ຄູ​ໂອ​ຄາ​ຂອງ​ຍີ່​ປຸ່ນ.​ກ່ຽວ​ກັບ​ເລື່ອງ​ນີ້,​ທ່ານ​ຫົງ​ເຫຼີຍ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ:​ຈີນ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ຈິງ​ຈັງ​ແລ້ວ​ໂດຍ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຍີ່​ປຸ່ນ​ສືບ​ສວນ​ແລະ​ລົງ​ໂທດ​ຜູ່​ກໍ່​ເຫດ​ຕາມ​ກົດ​ໝາຍ.