ຖະແຫຼງຂ່າວປະກວດນາງສາວລາວ 2012

(GMT+08:00) 2012-09-18 14:23:14     cri

 


(ນາງ ສາວ ທິດາລັດ ວົງສິລິ ປີ 2011)


ຕາມ​ຂ່າວ CRI: ວັນ​ທີ 17 ກັນຍາ​ນີ້​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ໄດ້​ມີ​ພິທີ​ຖະ​ແຫຼງຂ່າວ​ການ​ປະ​ກວດ​ນາງ​ສາວ​ລາວ​ຄັ້ງ​ທີ 4 ​ປີ 2012, ​ໂດຍ​ການ​ເປັນ​ປະ​ທານຂອງ​ທ່ານ ສີ​ແພງ ວົງ​ປັນຍາ ຫົວ​ໜ້າ​ກົມ​ວັດ​ທະ​ນາ​ທຳ​ມະຫາຊົນ, ກະຊວງ​ຖະ​ແຫຼງ​ຂ່າວ​ວັດ​ທະ​ນາ​ທຳ​ແລະ​ທ່ອງ​ທ່ຽວ, ຕາງ​ໜ້າ​ບັນ​ດາ​ຜູ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ສື່​ມ່ວນ​ຊົນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

ໃນພິທີ ທ່ານ ສີ​ແພງ​ໃຫ້​ຮູ້​ວ່າ: ໂຄງ​ການ​ປະ​ກວດ​ນາງ​ສາວ​ລາວ​ເປັນ​ກິດ​ຈະ​ກຳ​ໜຶ່ງ​ທີ່​ສ້າງ​ສັນ​ສັງ​ຄົມ, ແມ່ນ ກິດ​ຈະ​ກຳ​ໜຶ່ງ​ທີ່​ຢູ່ໃນ​ແນວ​ທາງ​ການ​ສົ່ງ​ເສີມຄ​ວາມ​ກ້າວ​ໜ້າ ຂອງ​ແມ່​ຍິງ ທັງ​ເປັນ​ການ​ສົ່ງ​ເສີມ​ໃຫ້​ຍິງ​ໜຸ່ມ​ໄວ​ສາວ​ມີ​ຄວາມ​ຕັດ​ສິນ​ໃຈ​ບຸກ​ໜ້າ​ບືນ​ຕົວເພື່ອ​ຍົກ​ລະ​ດັບ​ຄວາມ​ຮູ້​ຄວາມ​ສາ​ມາດ, ສ້າງ​ຄວາມ​ກ້າ​ຫານ​ສະ​ແດງ​ອອກ​ແລະ​ສ້າງ​ຄ່າ​ນິ​ຍົມ​ອັນ​ຖືກ​ຕ້ອງ​ຕໍ່​ວັດ​ທະ​ນາ​ທໍາ​ອັນ​ດີ​ງາມ​ຂອງ​ຊາດ.

ການ​ປະ​ກວດ​ນາງ​ສາວ​ລາວ​ປີ 2012​ນີ້​ແມ່ນ​ໄດ້​ເລີ່ມ​ຮັບ​ສະ​ໝັກ​ຍິງ​ສາວລາວ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ແຕ່​ວັນ​ທີ 24 ກັນ​ຍາ​ນີ້​ເປັນ​ຕົ້ນ​ໄປ, ຮອບ​ຊິງ​ຊະ​ນະ​ເລີດ​ແມ່ນ ຈະ​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 7 ທັນວາ 2012.


1 2