ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ຢ້ຳ​ວ່າ,​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານອາ​ເມ​ລິ​ກາ​ກ່າວ​ຄຳ​ທີ່​ວ່າ "ສັນ​ຍາ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ອາ​ເມ​ລິ​ກາ​ຍີ່​ປຸ່ນ"​ໃຊ້​ໃນ​ບັນ​ຫາ​ເກາະ​ຕ້ຽວ​ອີ​ໄດ້

(GMT+08:00) 2012-09-18 17:57:37     cri

ທ່ານລຽງກວ່າງເລ້ຍຈັດພິທີຕ້ອນຮັບເພື່ອເປັນກຽດໃຫ້ແກ່ທ່ານປາເນັດຕາ

ຕອນ​ເຊົ້າວັນ​ທີ18​ກັນຍາ​ນີ້,ຢູ່​ຕຶກ "1ສິງຫາ"ທີ່​ປັກ​ກິ່ງ,ທ່ານ​ລຽງ​ກວ່າ​ງ​ເລ້​ຍ,ທີ່​ປຶກສາ​ແຫ່ງ​ລັດ,​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ເລ​ອອນ ປາ​ເນັດ​ຕາ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ຈີນ.

ທ່ານ​ລຽງ​ກວາງ​ເລ້​ຍ​ໄດ້​ກ່າວ​ຢ້ຳ​ເຖິງຈຸດ​ຢືນ​ຂອງ​ຈີນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ.ທ່ານ​ຊີ້​ອອກ​ວ່າ,​ບັນ​ຫາ​ເກາະ​ຕ້ຽວ​ອີ​ເຄັ່ງ​ຕຶງ​ຂຶ້ນຕື່ມອີກ,​ແມ່ນ​ຍ້ອນ​ຄວາມ​ຜິດ​ຂອງ​ຝ່າຍ​ຍີ່​ປຸ່ນ.​ລັດ​ຖະ​ບານ​ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ແລະ​ມີ​ຈິດ​ໃຈ​ອັນ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ຕໍ່​ການ​ປ້ອງ​ກັນ​ສິດ​ອະ ທິປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ.​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ລິ​ກາ​ກ່າວ​ຄຳ​ທີ່​ວ່າ "ສັນ​ຍາ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ອາ​ເມ​ລິ​ກາ​ຍີ່​ປຸ່ນ"​ນັ້ນ​ສາ​ມາດ​ນຳ​ມາ​ໃຊ້​ໃນ​ບັນ​ຫາ​ເກາະ​ຕ້ຽວ​ອີ,​ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ພິ​ຈາ​ລະ​ນາ​ເຖິງ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ,​ປະ​ຕິ​ບັດ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ທີ່​ວ່າ "ຈະ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ໃນ​ບັນ​ຫາ​ກ່ຽວ​ກັບ​ສິດ​ອະ​ທິ​ປະ​ໄຕ​ຂອງ​ເກາະ​ຕ້ຽວ​ອີ​."

ທ່ານ​ປາ​ເນັດຕາ​ກ່າວ​ຢ້ຳວ່າ,ອາ​ເມ​ລິ​ກາ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ແລະ​ບັນ ຫາ​ເກາະ​ຕ້ຽວ​ອີ,​ຫວັງ​ວ່າ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໂດຍ​ສັນ​ຕິ.

ຫຼັງການເຈລະຈາກັນ,ທ່ານລຽງກວ່າງເລ້ຍແລະທ່ານປາເນັດຕາໄດ້ຖະແຫຼງຂ່າວຮ່ວມ

ພາຍຫຼັງການ​ເຈລະຈາ​ສິ້ນສຸດ​ລົງ​,ທ່ານ​ລຽງ​ກວ່າງ​ເລ້ຍ​ແລະ​ທ່ານ​ປາ​ເນັດ​ຕາ​ໄດ້​ຖະ​ແຫຼງ​ຂ່າວ​ຮ່ວມ​ກັນ.​ທ່ານ​ລຽງ​ກວ່າງ​ເລ້ຍ​ຊີ້​ອອກ​ວ່າ,​ພາຍ​ໃຕ້​ຂອບ​ທີ່​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຈີນ​ອາ​ເມ​ລິ​ກາ,​ຈີນ​ອາ​ເມ​ລິ​ກາ​ຄວນ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຂະ​ຫຍາຍ​ການ​ພົວ​ພັນ​ທາງ​ການ​ທະ​ຫານ​ແບບ​ໃໝ່​ທີ່​"ສະ​ເໝີ​ພາບ​ກັນ​ເພື່ອ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ຮ່ວມ​ມື​ກັນ​ເພື່ອ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທັງ​ສອງ​ຝ່າຍ",​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ແລະ​ແລກ​ປ່ຽນ,​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື,​ຍົກ​ສູງ​ການ​ພົວ ພັນ​ລະ​ຫວ່າງ​ສອງ​ກອງ​ທັບ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.​ທ່ານ​ປາ​ເນັດຕາ​ກ່າວ​ວ່າ,​ການ​ພົວ​ພັນ​ທີ່​ດີ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ທັງ​ສອງ​ຊາດ​ເທົ່າ​ນັ້ນ,​ຍັງ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ,​ສະ​ຖຽນ​ລະ ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ​ປາຊິ​ຟິກ.ອາ​ເມ​ລິ​ກາ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ການ​ພົວ​ພັນ​ທີ່​ໝັ້ນ​ທ່ຽງ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ​ກັບ​ຈີນ,​ນີ້​ແມ່ນ​ເງື່ອນ​ໄຂ​ສຳ ຄັນ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ໃນ​ສະ​ຕະ​ວັດ​ທີ21.ອາ​ເມ​ລິ​ກາ​ຊຸກ​ຍູ້​ໃຫ້​ບັນດາ​ປະ​ເທດ​ອາ​ຊີ​ປາ​ຊິ​ຟິກ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັບ​ຈີນ,​ແລະ​ເຊື້ອ​ເຊີນ​ຈີນ​ໃຫ້​ເຂົ້າ​ຮ່ວມ"ການ​ຊ້ອມ​ຮົບ​ອ້ອມ​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ"​ປີ​2014.