ລາວ​ແລະ​ໄທ​ຈະ​ສົ່ງ​ຜູ້​ເຫັນ​ເຫດ​ການ​ມາ​ຈີນ​ເພື່ອ​ເປັນ​ພິ​ຍານ​ໃຫ້​ສານ​ໃນ​ຄະ​ດີ​ທ້າວ​ໜໍ່​ຄຳ

(GMT+08:00) 2012-09-19 14:25:21     cri

ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ:​ໂດຍ​ຕອບ​ສະໜອງ​ຕາມ​ຄວາມ​ຮ້ອງ​ຂໍ​ຊ່ວຍ​ເຫຼືອ​ທາງ​ຕຸ​ລາ​ການ​ແລະ​ຕຳຫຼວດ​ຂອງ​ຈີນ,ລາວ​ແລະ​ໄທ​ຈະ​ສົ່ງ​ຜູ້​ເຫັນ​ເຫດ​ການ​ມາ​ຈີນ​ເພື່ອ​ເປັນ​ພິ​ຍານ​ໃຫ້​ສານ​ໃນ​ຄະ​ດີ​ທ້າວ​ໜໍ່​ຄຳ​ທີ່​ສານ​ປະ​ຊາ​ຊົນ​ຂັ້ນ​ກາງ​ນະ​ຄອນ​ຄຸນ​ມິງ​ແຂວງ​ຢຸນ​ນານ​ຈະ​ໄຕ່​ສວນ​ໃນ​ວັນ​ທີ20​ກັນຍາ​ນີ້​ຊຶ່ງ​ເປັນ​ການ​ສະໜັບ​ສະ​ໜູນ​ຈີນ​ໃນ​ການ​ໄຕ່​ສວນ​ຕັດ​ສິນ​ຄະ​ດີ​ທ້າວ​ໜໍ່​ຄຳ​ແລະ ​ຜູ່​ຕ້ອງ​ຫາທີ່​ກໍ່​ອາ​ຍະ​ຊາ​ກຳຄົນ​ອື່ນໆ.

ຕາມ​​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ,​ເຖິງ​ແມ່ນ​ວ່າ​ຄະດີທ້າວໜໍ່ຄຳເກີດ​ຂຶ້ນ​ຢູ່​ຕ່າງປະ​ເທດ​ແລະ​ຜູ່​ຕ້ອງ​ຫາ​ທີ່ກໍ່​ອາ​ຊະ​ຍາ​ກຳ​ລ້ວນ​ແຕ່​ແມ່ນ​ຄົນ​ຕ່າງປະ​ເທດ​ກໍ່ຕາມ,​ແຕ່​ຄະດີ​ເກີດ​ຂຶ້ນ​ຢູ່​ເທິງ​ເຮືອຂອງ​ຈີນ,​ແລະ​ຜູ່​ຖືກ​ເຄາະ​ຮ້າຍ​​ແມ່ນ​ພົນລະ​ເມືອງ​ຈີນ​ໝົດ,ສະ​ນັ້ນ,ຈີນ​ມີ​ສິດ​ຄຸ້ມ​ຄອງ​ຕາມ​ກົດໝາຍ.

ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ​ວ່າ:ຈີນ​ກັບ​ລາວ,ມຽນມາ​ແລະ​ໄທ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັນຢ່າງ​ຫຼວງ​ຫຼາຍ​ໃນ​ການ​ສືບ​ສວນ​ຄະ​ດີ,​ຊຶ່ງ​ໄດ້​ຮັບ​ປະ​ກັນ​ຢ່າງ​ເຕັມ​ທີ່​ວ່າ​ຈະ​ສາ​ມາດ​ເພື່ອ​ມ້າງ​ຄະດີນີ້​ໃຫ້​ສຳ​ເລັດ​ຜົນ.