ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ9​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ21​ຫາ​ວັນ​ທີ25​ກັນຍາ​ນີ້​ຢູ່ນະຄອນ​ໜານ​ນິງ​ເຂດ​ກວາງຊີ​ຈີນ

(GMT+08:00) 2012-09-19 17:16:15     cri
ຕາມ​ຂ່າວສານ​ຊິນ​ຮວາ,ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ແຈ້ງ​ໃຫ້​ຊາບ​ວ່າ:ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ9​ແລະ​ກອງ​ປ​ະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ21​ຫາ​ວັນ​ທີ25​ກັນຍາ​ນີ້​ຢູ່​ນະຄອນ​ໜານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຂອງ​ຈີນ.

ງານ​ວາງສະ​ແດງ​ສິນຄ້າ​ແລະ​ກອງ​ປ​ະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ໃນ​ຄັ້ງ​ນີ້​ຈະ​ສືບ​ຕໍ່​ບຸກ​ເບີກ​ຂົງ​ເຂດ​ການ​ຮ່ວມ​ມື​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ,​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ,​ແລະ​ປິ່ນ​ອ້ອມ​ຫົວ​ຂໍ້"ການ​ຮ່ວມ​ມື​ທາງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ"​ເພື່ອ​ຈັດ​ກອງ​ປະຊຸມ​ລະດັບ​ສູງ,​ເວທີ​ປຶກສາ​ຫາລື​ແລະ​ກິດຈະກຳ​ແລກປ່ຽນ​10ກວ່າ​ເທື່ອ​ເຊັ່ນ​ເວທີ​ປຶກສາ​ຫາລື​ວັດທະນະທຳ​,​ເວທີ​ປຶກສາ​ຫາລື​ຍຸດ​ທະ​ສາດ​ຄັງ​ປັນຍາ​,ກອງ​ປະຊຸມ​ລັດຖະມົນຕີ​ກວດກາ​ຄຸນ​ນະພາ​ບ,ກອງ​ປະຊຸມ​ລັດຖະມນຕີ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ,​ເວທີ​ປຶກສາ​ຫາລື​ຜູ່​ນຳ​ດ້ານ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ທາງ​ດ້ານການ​ເງິນ​,​ເວທີ​ປຶກສາ​ຫາລື​ເຂດ​ການ​ຄ້າ​ເສລີ​,​ເວທີ​ປຶກສາ​ຫາລື​ການ​ພັດທະນາ​ຂະ​ແໜງ​ການ​ຜະລິດ​ທີ່​ກ້າວໜ້າ,​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ການ​ຈໍລະ​ຈອນ​ສິນຄ້າ​​ແລະ​ອື່ນໆ.ຮອດ​ເວລາ​ນັ້ນ,ຜູ່​ນຳ​ຈີນ​​ແລະ​ປະ​ເທດ​ອາ​ຊຽນຈະ​ເຂົ້າ​ຮ່ວມກິດຈະກຳ​ທີ່​ກ່ຽວຂ້ອງ.

ຕາມ​ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ແຈ້ງ​ໃຫ້​ຊາບ​ວ່າ:ງານ​ວາງສະ​ແດງ​ສິນຄ້າ​ຄັ້ງ​ນີ້​ຈະ​ຈັດ​ໃຫ້​ມີ​ຮ້ານ​ວາງສະ​ແດງ​ທັງ​ໝົດ4600​ຮ້ານ,ນັກທຸລະກິດ​ຈີນ​ແລະ​ຕ່າງປະ​ເທດ​ໄດ້​ຮ້ອງ​ຂໍ​ຮ້ານ​ວາງສະ​ແດງ​ເຖິງ5710​ຮ້ານ,ຊຶ່ງ​ຫຼາຍ​ກວ່າ​ຍອດ​ຈຳນວນ​ຮ້ານ​ວາງສະ​ແດງ​ທີ່​ກຳນົດ​ໄວ້​ໃນ​ແຜນການ24%,ຈຳນວນ​ຮ້ານ​ວາງສະ​ແດງ​​ທີ່​ນັກທຸລະກິດ​ຮ້ອງ​ຂໍ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ເຖິງ8%.​ປະ​ເທດ​ອາ​ຊຽນ​ແລະ​ປະ​ເທດ​ນອກ​ພາກ​ພື້ນ​ອາ​ຊຽນ​ໄດ້​ຮ້ອງ​ຂໍ​ຮ້ານ​ວາງສະ​ແດງ​ທັງ​ໝົດ1600​ຮ້ານ​ເພື່ອ​ເຂົ້າ​ຮ່ວມ​ງານ​​ໃນປີ​ນີ້.