ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ອາ​ເມ​ລິ​ກາ​ຈະ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ໃນ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ສິດ​ອະ​ທິ​ປະ​ໄຕ​ເໜືອ​ຜືນ​ແຜ່ນ​ດິນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ

(GMT+08:00) 2012-09-19 17:06:03     cri


ທ່ານປາເນັດຕາກ່າວປາຖະກະຖາ

ວັນ​ທີ19​ກັນຍາ​ນີ້,ທ່ານ​ເລ​ອອນ ປາ​ເນັດຕາ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ຈີນ​ໄດ້​ໄປ​ຢ້ຽມ​ຢາມ​ສະ​ຖາ​ບັນ​ທະ​ຫານ​ລົດ​ຫຸ້ມ​ເກາະ​ຂອງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ,​ພ້ອມ​ທັງ​ຕອບ​ຄຳ​ຖາມ​ຂອງ​ນັກ​ສຶກ​ສາ,​ແລະ​ຮ່ວມ​ກິນ​ເຂົ້າ​ທ່ຽງ​ນຳ​ນັກ​ສຶກ​ສາ​ທັງ​ຫຼາຍ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກສຶກສາ​ກ່ຽວ​ກັບຄວາມ​ຂັດ​ແຍ່ງ​ກັນ​ທາງ​ດ້ານ​ສິດ​ອະ​ທິ​ປະ​ໄຕ​ເໜືອ​ຜືນ​ແຜ່ນ​ດິນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ,​ທ່ານ​ປາ​ເນັດຕາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຈະ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງໃນ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ຜືນ​ແຜ່ນ​ດິນ,​ຫວັງ​ວ່າ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈະ​ຮ່ວມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ,​ແລະ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ.


ນັກສຶກສາທະຫານລົດຫຸ້ມເກາະຖາມຄຳຖາມທ່ານປາເນັດຕາ

ທ່ານ​ກ່າວ​ວ່າ:"ກ່ອນ​ຂ້າພະ​ເຈົ້າມາ​ຈີນ,​ໃນ​ເວລາ​ພົບ​ປະ​ບັນດາຜູ່​ນຳ​ຍີ່ປຸ່ນ,ຂ້າພະ​ເຈົ້າ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ​ວ່າ,​ພວກ​ທ່ານ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເພື່ອ​ຮັບ​ປະ​ກັນ​ໃຫ້​ບັນ​ຫາ​ເຫຼົ່າ​ນີ້​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ.​ອາ​ເມ​ລິ​ກາ​ຈະ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ບັນ​ຫາ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ຜືນ​ແຜ່ນ​ດິນ​ຄື​ແນວ​ນີ້.​ແຕ່​ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ຄວາມ​ຂັດ​ແຍ່ງ​ກັນ​ຄື​ແນວ​ນີ້​ອາດ​ຈະ​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ​ແລະ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ໜັກ​ໜ່ວງ.​ຂ້າ​ພະ​ເຈົ້າ​ຮູ້​ປະ​ຫວັດ​ສາດ,​ຮູ້​ວ່າ​ຈີນ​ໄດ້​ຖືກ​ທຳ​ລາຍ​ຢ່າງ​ໜັກ​ໜ່ວງ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ,​ອາ​ເມ​ລິ​ກາ​ກໍ່​ໄດ້​ຖືກ​ທຳ​ລາຍ​ເຊັ່ນ​ກັນ​ໃນ​ສົງ​ຄາມ​ບັ້ນ​ນັ້ນ.​ຂ້າ​ພະ​ເຈົ້າ​ຫວັງ ວ່າ,​ເພື່ອ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ,​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຄວນ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ຊອກ​ຫາ​ວິ​ທີ​ແກ້​ໄຂ."

ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ກອງທັບ​ຈີນ​ອາ​ເມ​ລິ​ກາ,ທ່ານ​ປາ​ເນັດຕາ​ກ່າວ​ວ່າ, ​ໃນ​ໄລຍະ1​ປີ​ທີ່​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ,​ສອງ​ກອງ​ທັບ​ອາ​ເມ​ລິ​ກາ​ຈີນ​ໄດ້​ຮັກ​ສາ​ການ​ພົວ​ພັນ​ໃຫ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ.​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສອງ​ປະ​ເທດ​ໄດ້​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ.​ກຳ​ປັ່ນ​ຮົບ​ຂອງ​ອາ​ເມ​ລິ​ກາ​ແລະ​ຈີນ​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ດ້ານ​ການ​ຕ້ານ​​ໂຈນ​ສະ​ຫຼັດ​ຢູ່​ອ່າວ​ອາ​ເດນ.​

ທ່ານ​ກ່າວ​ວ່າ: "​ເປົ້າໝາຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ສ້າງ​ການ​ພົວພັນ​ລະ​ຫວ່າງ​ສອງ​ກອງ​ທັບ​ທີ່​ປອດ​ໄສ,​ໝັ້ນ​ທ່ຽງ,​ເຊື່ອ​ໃຈ​ໄດ້,​ຕໍ່​ເນື່ອງ​ແລະ​ໂປ່ງ​ໃສ.​ຄວາມ​ປາ​ຖະ​ໜາ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ສ້າງ​ການ​ພົວ​ພັນ​ຢ່າງ​ຕໍ່​ເນື່ອງ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໂດຍ​ຜ່ານ​ການ​ຮ່ວມ​ມື,​ຊຶ່ງ​ລວມ ທັງ​ຂົງ​ເຂດ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ,​ສ້າງ​ຊ່ອງ​ທາງ​ແລກ​ປ່ຽນ​ຄວາມ​ເຫັນ​ຈຳ​ນວນ​ໜຶ່ງ,​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢ່າງ​ບັງ​ເກີດ​ຜົນ,​ແລະ​ຫຼຸດ​ຄວາມ​​ເຂົ້າ​ໃຈ​ຜິດ​ກັນ​ໃຫ້​ໜ້ອຍ​ລົງ.​ມາດ​ຕະ​ຖານ​ຂອງ​ທຸກໆ​ຍຸດ​ທະ​ສາດ​ລ້ວນ​ແຕ່​ແມ່ນ​ເພື່ອ​ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືງ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ,​ແລະ​ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ອາ​ເມ​ລິ​ກາ​ຈີນ​ສາ​ມາດ​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ​ໄດ້​ຫຼືບໍ່."


ທ່ານປາເນັດຕາຮ່ວມກິນເຂົ້ານຳນັກສຶກສາທະຫານລົດຫຸ້ມເກາະ

ທ່ານ​ປາ​ເນັດຕາ​ກ່າວ​ວ່າ,ມີ​ບາງທັດສະນະ​ເຫັນ​ວ່າ,ປະ​ເທດ​ຈີນ​ເຂັ້ມ​ແຂງ​ຂຶ້ນ​ໄດ້​ເປັນ​ໄພ​ຂົ່ມຂູ່​ຕໍ່​ອາ​ເມ​ລິ​ການັ້ນ.ທ່ານ​ບໍ່​ເຫັນ​ດີ​ນຳ​ທັດ​ສະ​ນະ​ຄື​ແນວ​ນີ້.​ທ່ານ​ຍັງ​ກ່າວ​ວ່າ,ຫວັງ​ວ່າ​ຈະ​ມີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ,​ເປັນ​ຕົ້ນ​ແມ່ນ:​ການ​ຕ້ານ​ໂຈນ​ສະ​ຫຼັດ,​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ,​ແລະ​ການ​ກູ້​ໄພ​ແບບ​ມະ​ນຸດ​ສະ​ທຳ,​ແລະ​ເຊື້ອ​ເຊີນ​ໃຫ້​ຈີນ​ໄປ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ອ້ອມ​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ​ປີ​2014.