ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສົ່ງ​ເສີມ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ

(GMT+08:00) 2012-09-19 17:59:04     cri
ຕາມ​ຂ່າວສາ​ນຈີນ:ງານ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຊົນ​ເຜົ່າ​ຂອງ​ຈີນ​-​ອາ​ຊຽນ​ທີ່​ຈັດ​ຂຶ້ນ​ເປັນ​ເທື່ອ​ທຳ​ອິດ​ໃນ​ໄລ​ຍະ​ສັບ​ປະ​ດາ​ແລກ​ປ່ຽນ​ດ້ານ​ການ​ສຶກ​ສາ​ຂອງ​ຈີນ​-​ອາ​ຊຽນ​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ກຸ້ຍ​ໂຈ່ວ​ຂອງ​ຈີນ​ໃນ​ວັນ​ທີ​18​ກັນ​ຍາ​ນີ້.​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,​ຜູ່​ຊ່ຽວ​ຊານ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ມາ​ເຂົ້າ​ຮ່ວມ​ງານ​​ກ່າວ​ວ່າ,​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ມີ​ສາຍ​ພູ​ສາຍ​ນ້ຳ​ຕິດ​ຈອດ​ກັນ,​ມີ​ການ​ໄປ​ມາ​ຫາ​ສູ່​ກັນ​ໃນ​ຫຼາຍ​ຂົງ​ເຂດ ຊຶ່ງ​ຕົ້ນ​ຕໍ​ແມ່ນ​ການ​ໄປ​ມາ​ຫາ​ສູ່​ກັນ​ແລກ​ປ່ຽນ​ກັນ​ດ້ານ​ວັດ​ທະ​ນະ​ທຳ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ,​ປະ​ຈຸ​ບັນ​ນີ້,​ການ​ແລກ​ປ່ຽນ​ດ້ານ​ວັດທະ​ນະ​ທຳ​ໄດ້​ກາຍ​ເປັນ​ສິ່ງ​ສົ່ງ​ເສີມ​ໃຫ້​ຈີນ​ກັບ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າກັນ.

ໃນ​ປີ1991,ຈີນ​ກາຍ​ເປັນ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ,ນັບ​ມາ​ຮອດ​ປັດຈຸ​ບັນ​ເປັນ​ເວລາ 21ປີ​ແລ້ວ.​ໃນ​ໄລ​ຍະ​21​ປີ​ມາ​ນີ້,​ສອງ​ຝ່າຍ​ໄດ້​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແລະ​ໄດ້​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ຢ່າງ​ຮອບ​ດ້ານ.​ທ່ານ​ຢາງ​ຈ້ຽນ,​ຮອງ​ຫົວ​ໜ້າ​ກົມ​ອາ​ຊີ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ບັນ​ລະ​ຍາຍ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຈີນ​-​ອາ​ຊຽນ​ດ້ວຍ​ສາມ​ຄຳ​ສັບ​ ຄື:"ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ",​"ໝູ່​ເພື່ອນ​ທີ່​ດີ"​ແລະ"ຄູ່​ຮ່ວມ​ມື​ທີ່​ດີ".

​ເມື່ອ​ກ່າວ​ເຖິງ​ຈະ​ເພີ່ມທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ແນວ​ໃດ, ນາງ​ຈັນ​ດາ ​ເຫມ​ມະ​ວັນ​ຈາກ​ກອງ​ເລ​ຂາ​ຄະ​ນະ​ລັດ​ຖະ​ບານ,​ຫ້ອງ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ​ກ່າວ​ໃນ​ທີ່​ປະ​ຊຸມ​ວ່າ,​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວິ​ທີ​ທີ່​ດີ,​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ມີ​ຜົນ​ດີ​ຕໍ່​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ທ້ອງ​ຖິ່ນ.​ໃນ​ເວ​ລາ​​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,​ທ່ານ​ຈູ່​ຊີ້ນ​ຫາວ,​ເຈົ້າ​ໜ້າ​ທີ່​ຖະ​ແຫຼງ​ຂ່າວ​ແລະ​ປະ​ຊາ​ສຳ​ພັນ​ຂອງ​ສູນ​ຈີນ​-​ອາ​ຊຽນ​ກ່າວ​ວ່າ: "ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຈະ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ດີກ​ວ່າ​ເກົ່າ,​ແລະ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ."

ວັດທະນະທຳ​ຈີນ​ໄດ້​ຄ່ອຍໆ​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ບັນດາ​ປະ​ເທດອາ​ຊຽນ,ນັກ​ສຶກສາລາ​ວທີ່​ມີ​ຊື່​ພາ​ສາ​ຈີນ​ວ່າ ຊຸ່ນ​ໂປ​ຊູ່​ທີ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ກຸ້ຍ​ໂຈ່ວ​ຂອງ​ຈີນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: "ມີ​ປະ​ລິນ​ຍາ​ຂອງ​ຈີນ​ຈະ​ຫາ​ວຽກ​ເຮັດ​ງານ​ທຳ​ຢູ່​ລາວ​ໄດ້​ງ່າຍ​ຂຶ້ນ,​ພໍ່​ແມ່​ຮູ້​ສຶກ​ພາກ​ພູມ​ໃຈ​ທີ່​ລູກ​ສາ​ມາດ​ມາ​ຮຽນ​ຢູ່​ຈີນ."

ນັບ​ມາ​ຮອດ​ທ້າຍ​ປີ2011,ນັກຮຽນມາ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ​ທີ່​ຮຽນ​ຢູ່​ຈີນ​ມີ​ເຖິງ5​ໝື່ນ4​ພັນ8​ຮ້ອຍ​ກວ່າ​ຄົນ,​ສ່ວນ​ນັກ​ຮຽນ​ຈີນທີ່​ໄປ​ຮຽນ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊຽນ​ມີ​ເຖິງ1​ແສນ 1​ພັນ​ກວ່າ​ຄົນ​ແລ້ວ.​ຢູ່​ຈີນ,​ມີ​ມະ​ຫາ​ວິ​ທະ​ຍາ​ໄລ​ຫຼາຍ​ສິບ​ແຫ່ງ​ໄດ້​ຕັ້ງ​ວິ​ຊາ​ພາ​ສາ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ,​ມີ​ນັກ​ຮຽນ​ຈີນ​ຮ່ຳ​ຮຽນ​ພາ​ສາ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.​ໃນ​ຫຼາຍ​ປີ​ມາ​ນີ້,​ຈີນ​ໄດ້​ສົ່ງ​ຄູ​ສອນ​ພາ​ສາ​ຈີນ​ແລະ​ອາ​ສາ​ສະ​ໝັກ​ສອນ​ພາ​ສາ​ຈີນ​5​ພັນ​ກວ່າ​ຄົນ​ໄປ​ບັນ​ດາ​ປະ​ເທ​ດອາ​ຊຽນ,​ແລະ​ໄດ້​ສ້າງ​ຕັ້ງ​ສະ​ຖາ​ບັນ​ຂົງ​ຈື້​26​ແຫ່ງ​ແລະ​ຫ້ອງ​ຮຽນ​ຂົງ​ຈື້​14​ແຫ່ງ,​ຊຶ່ງ​ມີ​ນັກ​ຮຽນ​ຫຼາຍ​ກວ່າ​7​ໝື່ນ​ຄົນ​ແລ້ວ.