ລົດ​ຍົນ​ທີ່​ຈະ​ໃຊ້​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ເອີ​ລົບ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ລາວ​ກຽມ​ພ້ອມ​ແລ້ວ

(GMT+08:00) 2012-09-21 11:04:44     cri
ວັນ​ທີ 20 ກັນຍາ​ນີ້​ຢູ່​ທີ່​ວຽງ​ຈັນ, ບໍ່​ລິ​ສັດMercedes-Benz​ໄດ້​ມອບ​ລົດ​ເກງBenz 105 ຄັນ​ທີ່​ຄະນະ​ຜູ້​ແທນ​ຕ່າງໆຈະ​ນຳ​ໃຊ້ນັ້ນ​ໃຫ້​ແກ່​ລັດ​ຖະ​ບານ​ລາວ. ມາ​ຮອດ​ປະຈຸ​ບັນ, ລົດຍົນ​ທີ່​ໃຊ້​ໃນ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ລັດຖະບານ​ລາວ​ສະໜອງ​ນັ້ນ​ໄດ້​ກຽມພ້ອມ​​ແລ້ວ.

ປະ​ເທດ​ລາວ​ຈະ​​ເປັນ​ເຈົ້າພາບຈັດ​ກອງ​ປະຊຸມຕ່າງໆ​ຂອງອາຊີ​-​ເອີ​ລົບ​ແຕ່​ເດືອນ​ຕຸລາ​ຫາ​ເດືອນ​ພະຈິກ​ປີ​ນີ້, ​ໃນ​ນັ້ນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີ​ລົບ​ຄັ້ງ​ທີ 9 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​​ໃນວັນ​ທີ 5 ຫາ​ວັນ​ທີ 6 ​ເດືອນ​ພະຈິກ​ປີ​ນີ້.