ຈີນ ລາວ ມຽນມາ​ແລະ​ໄທ​ເລີ່​ມດຳ​ເນີນການ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຮ່ວມ​ຕາມ​ລຳ​ແມ່​ນ້ຳຂອງຄັ້ງ​ທີ 6

(GMT+08:00) 2012-09-21 15:16:47     cri
ຕາມ​ຂ່າວສານ​ຊີ​ນຮວາ:ການ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຮ່ວມ​ຕາມ​ລຳ​ແມ່​ນ້ຳຂອງຄັ້ງ​ທີ 6 ລະຫວ່າງຈີນ,ລາວ,ມຽນມາ​ແລະ​ໄທ​ໄດ້​ເລີ່​ມຕົ້ນດຳ​ເນີນວຽກ​ງານ​ແຕ່ວັນ​ທີ 21 ກັນຍາ​ນີ້ເປັນຕົ້ນ​ໄປ.ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກອງປ້ອງ​ກັນຊາ​ຍ​ແດນ​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຢຸນນານ​ຈີນ​​ແຈ້ງໃຫ້​ຮູ້​ວ່າ:ໃນ​ການ​ລາດ​ຕະ​ເວນ​ປະຕິບັດ​ກົດໝາຍ​ຮ່ວມ​ເທື່ອ​ນີ້,​ເຮືອ​ປະຕິບັດ​ກົດໝາຍ​ຂອງຈີນ​ແລະ​ລາວຈະຮ່ວມ​ກັນ​ດຳ​ເນີນ​ການ​ກວດກາຕໍ່​ເຮືອຂົນ​ສົ່ງ​ສິນຄ້າທີ່​ໄປມາຢູ່​ບໍລິ​ເວນ​ເກາະດອນ​ແຕ່​ເມືອງ​ເມິງ​ຫາ​ເມືອງ​ສິງ,ຕຳ​ຫຼວດຈີນ​ແລະ​ລາວ​ຍັງ​ຈະ​ຮ່ວມ​ກັນ​ດຳ​ເນີນ​ການ​ກວດກາ​ຢູ່​ເຂດ​ສຳຄັນ​ທາງບົກ​​ແຄມແມ່​ນ້ຳຂອງຟາກລາວ,​​ເພື່ອ​ຊຸກຍູ້​ການ​ລາດຕະ​​ເວນ​ປະຕິບັດ​ກົດໝາຍ​ຮ່ວມ​ໃຫ້​ລົງ​​ເລິກ​ໄປ​ສູ່​ການຕ້ານ​ທັບ​ມ້າງອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ຮ່ວມ​ກັນ,ການ​ກວດກາ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຮ່ວມ​ຄັ້ງ​ນີ້​ຈະ​ດຳ​ເນີນ​​ໄປ​ເປັນ​ເວລາ 6 ວັນ.

ຕາມ​ການ​​ແຈ້ງໃຫ້​ຮູ້​ວ່າ,ຈີນ​ຈະ​ຍົກ​ລະດັບ​ສິ່ງ​ກໍ່ສ້າງລະບົບສື່ສານ​ຢູ່​ສະຖານີ​ຕິດ​ຕໍ່​ພົວພັນ​ປະຈຳ​ເມືອງ​ເມິງ​ຂອງ​ລາວ,ພະຍາຍາມ​ເຮັດ​ໃຫ້​ກຳລັງ​ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງຂອງ​ຈີນ,ລາວ​ແລະ​ໄທ​ພ້ອມ​ດ້ວຍ​ເຮືອຂົນ​ສົ່ງ​ສິນຄ້າ​ຂອງ​ປະຊາຊົນ​ຈີນ​ແລະ​ລາວ​ທີ່​ເດີນທາງ​ຕາມ​ລຳ​ແມ່​ນ້ຳຂອງ​ຕິດ​ຕໍ່​ສື່ສານ​ກັນ​ໄດ້​ໂດຍງ່າຍ​ແລະ​ສະດວກ​ຂຶ້ນ​ກວ່າ​ເກົ່າ.