ລາວ​ນຳ​ເອົາ​ສິນຄ້າ​ຫຼາກ​ຫຼາຍ​ຊະນິດ​ມາ​ວາງສະ​ແດງ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ9

(GMT+08:00) 2012-09-21 17:17:53     cri

ຫ້ອງວາງສະແດງຂອງລາວ

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ9​ແລະ​ກອງ​ປ​ະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນ​ໄດ້​ໄຂ​ຂຶ້ນ​ຢູ່​ສູນ​ປະຊຸມ​ແລະ​ວາງສະ​ແດງ​ສາກົນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ​ໃນ​ຕອນ​ເຊົ້າວັນ​ທີ21​ກັນຍາ​ນີ້.ຫ້ອງ​ວາງສະ​ແດງ​ແລະ​ຂາຍ​ສິນ​ຄ້າ​ຂອງ​ປະ​ເທດ​ຕ່າງໆ​ກໍ່​ເລີ່​ມ​ເປີດ​ປະ​ຕູ​ຕໍ່​ພາຍ​ນອກ.

ແຜ່ນແພທີ່ລາວນຳມາວາງສະແດງແລະຂາຍໃນງານ

ໃນ​ຮ້ານ​ວາງສະ​ແດງ​ຂອງ​ປະ​ເທດ​ລາວ​ມີ​ສິນຄ້າທີ່​ມີ​ສີສັນ​ພິ​ເສດ​ຂອງ​ລາວ​ຫຼາກ​ຫຼາຍ​ຊະນິດ​ເຊັ່ນ​ວ່າ​ໄມ້​ຄວັດ,​ແຜ່ນ​ແພ,ກາ​ເຟ​​ເຫຼົ່າ​ນີ້​ເປັນ​ຕົ້ນ.​ໃນ​ນັ້ນ,​ເຄື່ອງ​ເຟນີ​ເຈີ​ປະ​ເພດ​ຕ່າງໆ​ທີ່​ເຮັດ​ດ້ວຍ​ໄມ້​ລາວ​ແລະ​ອອກ​ແບບ​ຕາມ​ເອກ​ະລັກ​ດັ້ງ​ເດີມ​ຂອງ​ຈີນ​ເປັນ​ຈຸດ​ເດັ່ນ​ອັນ​ໜຶ່ງ​ຂອງ​ສິ່ງຕ່າງໆ​ທີ່​ລາວນຳ​ມາ​ວາງ​ສະ​ແດງ​.ນອກ​ນັ້ນ,ຝ່າຍ​ລາວ​ຍັງ​ໄດ້​ຈັດ​ຕັ້ງ​​ແທ່ນ​ວາງສະ​ແດງສະ​ເພາະ​ເພື່ອ​​ໂຄສະນາ​ເຂດ​ເສ​ດ ຖະກິດ​ພິ​ເສດ​ປອດ​ພາສີຂອງ​ພະ​ແນ​ກ​ອຸດສາຫະກຳ​ການ​ຄ້າ​ນະຄອນຫຼວງ​ວຽງ​ຈັນ.

1 2 3 4