ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-​ອາ​ຊຽນ,​ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເປັນ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ

(GMT+08:00) 2012-09-21 19:16:11     cri
ຕອນ​ເຊົ້າວັນ​ທີ21​ກັນຍາ​ນີ້,ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ກໍ​ຄືກອງ​ປ​ະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​9​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ນານ​ນີງ,​ເທດ​ສະ​ບານ​ເຂດ​ກວາງ​ຊີ.​ທ່ານ​ສີ​ຈິ້ນ​ຜິງ,​ຮອງ​ປະ​ທານ​ປະ​ເທດ​ຈີນ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ,​ແລະ​ໄດ້​ກ່າວ​ປາ​ຖະ​ກະ​ຖາ​ໃນ​ຫົວ​ຂໍ້​ທີ່​ວ່າ "ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ,​ເພື່ອ​ບັນ​ລຸ​ການ​ພັດ ທະ​ນາ​ແບບ​ຍືນ​ຍົງ​ຮ່ວມ​ກັນ".

ໃນ​ເວລາ​ກ່າວ​ປາຖະກະຖາ,​ທ່ານ​ສີ​ຈິ້ນຜິ​ງ​ໄດ້​ຫວນ​ຄືນ​ການ​ພົວ​ພັນ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ ພາບ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ.​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ​"ໃນ​ໄລ​ຍະ​20​ກວ່າ​ປີ​ມາ​ນີ້,​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ,​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ,​ແລະ​ຮ່ວມ​ກັນ​ພັດ​ທະ​ນາ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຈາກ​ການ​ເປັນ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຮອບ​ດ້ານ, ​ເປັນປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ຈົນ​ກາຍ​ມາ​ເປັນ​ປະ​ເທດ​ຄູ່​ຍຸດ​ທະ​ສາດ​ທີ່​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ຢ່າງ​ກວ້າງ​ຂວາງ.​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ບໍ່ຢຸດ​ຢັ້ງ,​ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ເພີ່ມ​ໄວ​ຂຶ້ນ,​ເສດ​ຖະ​ກິດ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ ກວ່າ​ເກົ່າ,​ການ​ເຊື່ອມ​ຈອດ​ກັນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ໄດ້​ເລັ່ງ​ໄວ​ຂຶ້ນ,​ເສັ້ນ​ທາງ​ການ​ຮ່ວມ​ມື​ນັບ​ມື້​ນັບ​ໜັກ​ແໜ້ນ​ກວ່າ​ເກົ່າ​ແລະ​ກວ້າງ​ຂວາງ​ກວ່າ​ເກົ່າ."

ໃນ​ພິທີ​ໄຂ,ທ່ານ​ເທັນ​ເຊັນ,ປະທານາ​ທິ​ບໍ​ດີ​ມຽນມາ​ກ່າວ​ວ່າ,ອາ​ຊຽນ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຫຼາຍ ທີ່​ສຸດ​ຕໍ່​ຈີນ​ທີ່​ໄດ້​ເຮັດ​ວຽກ​ງານ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ກັບ​ອາ​ຊຽນ.​ທ່ານ​ກ່າວ​ຢ້ຳ​ວ່າ,​ອາ​ຊຽນ​ໃຫ້​ຄວາມ​ສຳ​ຄັນ​ຫຼາຍ​ທີ່​ສຸດ​ຕໍ່​ການ​ຮ່ວມ​​ມືໄມຕີ​ຈິດ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ກັບ​ຈີນ.

ທ່ານ​ເທັນ​ເຊັນ​ກ່າວ​ວ່າ: "ເສດຖະກິດ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ພົວ​ພັນ​ກັນ,​ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ເຫັນ​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ.​ພວກ​ຂ້າ​ພະ​ເຈົ້າ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ກັບ​ຈີນ,​ແລະ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ວ່າ ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ແລະ​ປະ​ຊາ​ຊົນ​ຈີນ​ຮ່ວມ​ກັນ​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​-​ອາ​ຊຽນ."

ທ່ານ​​ເທັ​ນ​ເຊັ​ນກ່າວ​ວ່າ,ຈີນ​ແລະ​ອາ​ຊຽນລ້ວນ​ແຕ່​ຢູ່​ໃນ​ພາກ​ພື້ນ​ອາຊີ​ປາ​ຊີ​ຟິກທີ່​ກຳລັງ​ກາຍ​ເປັນ​ສູນ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຄ້າ​ຂອງ​ໂລກ​ຢ່າງ​ວ່ອງ​ໄວ,ສະ​ນັ້ນ,​ສອງ​ຝ່າຍ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ແມ່ນ​ສຳ​ຄັນ​ທີ່​ສຸດ.

ໃນ​ເວລາ​ກ່າວ​ປາຖະກະຖາ,ທ່ານ​ສີ​ຈີ້​ນຜີ​ງກ່າວຢ້ຳວ່າ,ຈີນ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,​ປະ​ຕິ​ບັດ​ຍຸດ​ທະ​ສາດ​ໄຂ​ປະຕູ​ສູ່​ພາຍ​ນອກ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,​ປະ​ຕິ​ບັດ​ທິດ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ມີ​ໄມຕີ​ຈິດ​ມິດ​ຕະ​ພາບ​ກັບປະ​ເທດ​ໃກ້​ຄຽງ​ແລະ​ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ໝູ່​ເພື່ອນ​.

ທ່ານ​ສີ​ຈີ້​ນຜີ​ງກ່າວ​ວ່າ,​ໃຕ້​ສະພາບ​ການ​ໃໝ່​ທີ່​ເສດຖະກິດ​ໂລ​ກາ​ພິ​ວັດ​ແລະ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລົງ​ສູ່​ລວງ​ເລິກ,ອະນາຄົດ​ຂອງ​ຈີນ​ແລະ​ອາ​ຊຽນ​ໄດ້​ມີ​ການ​ພົວ​ພັນ​ແໜ້ນ​ແຟ້ນ​ຂຶ້ນ​ກວ່າ​ເກົ່າ​ເມື່ອ​ທຽບ​ໃສ່​ທຸກ​ໄລ​ຍະ​ທີ່​ຜ່ານ​ມາ.​ການ​ລົງ​​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແມ່ນຍຸດ​ທະ​ສາດ​ທີ່​ທັງ​ສອງ​ຝ່າຍ​ເລືອກ.

"ຈີນ​ກັບ​ອາ​ຊຽນ​ເປັນ​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດ​ຕະ​ພາບ​ແລະ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ,​ຄວນ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ຕົວ​ຈິງ,​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ,​ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃຫ້​ກ້າວ​ສູ່​ລວງ​ເລິກ,​ແລະ​ໃຫ້​ມີ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮ່ວມ​ກັນ.​ເພື່ອ​ເປົ້າ​ໝາຍ​ດັ່ງ​ກ່າວ,​ຂ້າ​ພະ​ເຈົ້າ​ມີ​ຂໍ້​ສະ​ເໜີ 4 ຂໍ້​ດັ່ງ​ນີ້,​ຄື:​ຂໍ້​ທີ​1,​ພະ​ຍາ​ຍາມ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ເພື່ອ​ຍົກ​ລະ​ດັບ​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ໃຫ້​ສູງ​ຂຶ້ນ;​ຂໍ້​ທີ​2,​ພະ​ຍາ​ຍາມ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ;​ຂໍ້​ທີ 3,​ພະ​ຍາ​ຍາມ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ໃຫ້​ການ​ສ້າງ​ສາ​ພື້ນ​ຖານ​ໂຄງ​ລ່າງ​ເຊື່ອມ​ຈອດ​ກັນ;​ຂໍ້​ທີ 4,​ພະ​ຍາ​ຍາມ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ."