ຈີນ​ແບ່ງປັນ​ຕົວ​ເລກ​ຂອງ​ດາວ​ທຽມ​ໃຫ້​ແກ່​ອາ​ຊຽນ

(GMT+08:00) 2012-09-22 14:38:36     cri
ວັນ​ທີ 22 ກັນຍາ​ນີ້, ​​ເວທີ​ແບ່ງປັນ​ຕົວ​ເລກ​ດາວ​ທຽມ​​ເຊິ່ງ​ເປັນໂຄງການທຳ​ອິດ​ຂອງ​ແຜນການ​ຄູ່​ຮ່ວມ​ມື​ວິທະຍາສາດ​ເຕັກນິກ​ຈີນ-ອາ​ຊຽນ​ເລີ່​ມປະຕິບັດ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ. ​ໂຄງການ​ດັ່ງກ່າວ​ຈະ​ແບ່ງປັນ​ຕົວ​ເລກ​ດາວ​ທຽມ​ຂອງ​ຈີນ​ໃຫ້​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ເອົາ​ໄປ​ນຳ​ໃຊ້. ການ​ປະຕິບັດ​​ໂຄງການ​ດັ່ງກ່າວ​ຈະ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະ​​ເມີນ​ຜົນ​ຜະລິດ​ດ້ານ​ກະສິກຳ​, ຕິດຕາມ​ວັດ​ແທກ​ສິ່ງ​ແວດ​ລ້ອມ, ປ້ອງ​ກັນ​ໄພ​ທຳ​ມະ​ຊາດ​ແລະ​ຄຸ້ມ​ຄອງ​ຕົວ​ເມືອງ​ຂອງ​ປະ​ເທດ​ອາ​ຊຽນ.

ວັນ​ທີ 22 ກັນຍາ​ນີ້, ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ວິທະຍາສາດ​ເຕັກ​ນິນ​ຈີນ-ອາ​ຊຽນ​ຄັ້ງ​ທຳ​ອິດໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ, ລັດຖະມົນຕີ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ເນື້ອ​ໃນ​ຕົ້ນຕໍ​ຂອງ​ແຜນການ​ຄູ່​ຮ່ວມ​ມື​ວິທະຍາສາດ​ເຕັກນິກ​ຈີນ-ອາ​ຊຽນ, ​ແລະ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ປັບ​ປຸນ​ກົນ​ໄກ​ຮ່ວມ​ມື​ທາງ​ດ້ານວິທະຍາສາດ​ເຕັກນິກ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້​ສົມບູນ​ຕື່ມ​ອີກ, ​ແລະ​ຊຸ​ກຍູ້​ການ​ຮ່ວມ​ມື​​ໃນ​ດ້ານວິທະຍາສາດ​ເຕັກນິກ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້ພັດທະ​ນາ​ລົງ​ສູ່​ລວງ​ເລິກ.