ງານ​ວາງສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນຄັ້ງ​ທີ 9 ​ໄດ້​ເຊັນ​ໂຄງການ​ຮ່ວມ​ມື​ສາກົນ 80 ​ໂຄງການ, ມີມູນ​ຄ່າ​ຫຼາຍ​ກວ່າ 6 ຕື້​ໂດ​ລາ

(GMT+08:00) 2012-09-22 14:41:45     cri
ວັນ​ທີ 22 ກັນຍາ​ນີ້, ພິທີ​ເຊັນ​ສັນຍາ​​ໂຄງການ​ຮ່ວມ​ມື​ເສດຖະກິດ​ສາກົນ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 9 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງ​ຊີ​ຂອງ​ຈີນ. ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ເຊັ່ນ​ປະ​ເທດ​ລາວ​ເປັນ​ຕົ້ນ​ລວມ​ແຕ່​ໄດ້​ເຊັນ​ສັນຍາ​ຮ່ວມ​ມື, ລວມທັງ​ໝົດ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື 80 ​ໂຄງການ, ​ເຊິ່ງມີມູນ​ຄ່າຫຼາຍ​ກວ່າ 6 ຕື້​ໂດ​ລາ. ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ກາຍ​ເປັນ​ເວທີ​ດີ​ທີ່​ສຸດ​ສຳລັບ​ວິ​ສາ​ຫະກິດ​ຈີນ​ລົງທຶນ​ຢູ່​ອາ​ຊຽນ.