ຮອງ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ຍິ່ປຸ່ນຢ້ຽມຢາມ​ຈີນ​ໃນ​ມື້​ນີ້​ເພື່ອ​ປຶກສາ​ຫາລືກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ກັບ​ຈີນ

(GMT+08:00) 2012-09-24 17:20:48     cri
ວັນ​ທີ24ກັນຍາ​ນີ້,ຢູ່​ທີ່ປັກ​ກິ່ງ,ທ່ານ​ຮົງ​ເຫຼີ​ຍ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຢືນຢັນ​ວ່າ:ຕາມ​ຄຳ​ຮຽກຮ້ອງ​ຂອງ​ຍິ່ປຸ່ນ,ຈີນ​ເຫັນ​ດີ​ໃຫ້​ທ່ານ​ຊີ​ຄາ​ໂອະ ກາ​ວາ​ອິ,ຮອງ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ຍິ່ປຸ່ນຢ້ຽມຢາມ​ຈີນ​ໃນ​ວັນ​ທີ24​ແລະ25ກັນຍາ​ນີ້,​ເພື່ອ​ປຶກສາ​ຫາລື​ກັບທ່ານ​ຈັ່ງ​ຈື້ຈູ່ນ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່ຽວ​ກັບການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍິ່ປຸ່ນ ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ເກາະ​ຕ້ຽວ​ອີ​.

ໃນ​ກອງ​ປະຊຸມຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ມື້​ດຽວ​ກັນ,ທ່ານ​ຮົງ​ເຫຼີ​ຍກ່າວ​ເນັ້ນວ່າ:ໃນ​ເວລາ​ປຶກສາ​ຫາລື​ກັນ,ຈີນ​ຈະ​ແຈ້ງ​ຈຸດ​ຢືນ​ອັນ​ໜັກ​ແໜ້ນຂອງ​ຕົນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ,ຮຽກຮ້ອງ​ໃຫ້​ຍິ່ປຸ່ນ​ແກ້​ໄຂຄວາມ​ຜິດພາດ,​ເພື່ອ​ທຳ​ຄວາມພະຍາຍາມຢ່າງ​ເຕັມທີ່​ໃນ​ການປັບປຸງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍິ່ປຸ່ນ​ໃຫ້​ດີ​ຂຶ້ນ.