ນັກ​ປະ​ພັນ​ລາວ​5​ທ່ານ, ​ໄດ້​ຮັບ​ລາງ​ວັນ​ວັນ​ນະ​ກໍາ​ລຸ່ມ​ແມ່​ນໍ້າ​ຂອງ​ຄັ້ງ​ທີ 4

(GMT+08:00) 2012-09-24 14:00:11     cri

ຕາມ​ຂ່າວ CRI: ວັນ​ທີ 18 ກັນຍາ​ນີ້, ທີ່​ກະຊວງ​ຖະ​ແຫຼ​ງຂ່າວ​ວັດທະ​ນາທໍາ​ແລະ​ທ່ອງ​ທ່ຽວ, ​ໄດ້​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ນັກ​ປະ​ພັນ​ລາວ​ໄດ້​ຮັບ​ລາງ​ວັນ​ວັນ​ນະ​ກໍາ​ລຸ່ມ​ແມ່​ນໍ້າ​ຂອງ​ຄັ້ງ​ທີ 4. ​ໂດຍ​ກາ​ເປັນ​ປະ​ທານ​ຂອງ​ທ່ານ​ນາງ​ຜີວ​ລາ​ວັນ ຫຼວງ​ວັນ​ນາ,​ຜູ້​ຮັກ​ສາ​ການ​ປະ​ທານ​ສະ​ມາ​ຄົມ​ນັກ​ປະ​ພັນ​ລາວ, ​ມີ​ສື່​ມວນ​ຊົນ​ລາວ,​ຈີນ​ແລະ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ຕາມ​ຂ່າວ​ຖະ​ແຫຼ​ງວ່າ: ພິທີ​ມອບ​-ຮັບ​ລາງວັນນັກ​ປະ​ພັນ​ລາວ,​ຫວຽດ​ນາມ​ ແລະ​ກໍາ​ປູ​ເຈຍ​ຄັ້ງ​ທີ 4 ​ໄດ້​ໄຂ​ຂື້ນ​ ແລະ​ດໍາ​ເນີນ​ເປັນ​ເວ​ລາ​5​ວັນ​ທີ່​ນະ​ຄອນ​ດາ​ນັງ ສ.ສ​ຫວຽດ​ນາມ,​ມີ​ນັກ​ປະ​ພັນ​100​ກວ່າ​ຄົນ​ຈາກ 5 ປະ​ເທດ​ເຂົ້າ​ຮ່ວມ.​ໃນ​ນັ້ນ​ລາວ​ໄດ້​ສົ່ງ​ນັກ​ປະ​ພັນ​ລາວ​10​ທ່ານ​ເຂົ້າ​ຮ່ວມ​ການ​ປະ​ກວດ​ມີ 5 ທ່ານ​ໄດ້​ຮັບ​ລາງ​ວັນ​ຄື:​ໄດ້​ລາງ​ວັນ​ບົດ​ເລື່ອງ​ສັ້ນ​ທ່ານ ບຸນ​ເສີນ ​ແສງ​ມະ​ນີ ຊື່​ເລື່ອງ:​ " ສາຍ​ເລືອດ​ສອງ​ແຜ່ນ​ດິນ" ​ແລະ ທ່ານ​ພອນ​ສະ​ຫວັນ ຊື່​ເລື່ອງ:​" ສາຍ​ຮັກ​ສາຍ​ຜູກ​ພັນ ",​ບົດ​ເລື່ອງ​ຍາວ​ທ່ານ​ ພິລາ​ໜໍ່​ຄໍາ ດາ​ລາ​ສັກ ຊື່​ເລື່ອງ:​" ຄວາມ​ຫຼັງ​ຍັງ​ຝັງ​ໄວ້​ທີ່​ກໍາ​ປູ​ເຈຍ " ​ແລະ​ບົດ​ກາ​ວີ​ທ່ານ ສຸ​ບັນ ຫຼວງ​ລາດ ຊື່​ເລື່ອງ:​" ສາຍ​ຂອງ​ສາຍ​ໄຈ ສາຍ​ໄຍ​ມິດ​ຕະ​ພາບ " ​ແລະ​ທ່ານ ສຸ​ຂີ​ ນໍ​ລະ​ສິນ ຊື່​ເລື່ອງ "ມົນ​ສະ​ເໜ່​ສຽງ​ດ່ານ​ເບົາ " .

ການ​ມອບ​-ຮັບລາງວັນ​ນັກ​ປະພັນ​ລຸ່ມ​​ແມ່​ນໍ້າຂອງ​ຄັ້ງ​ທໍາ​ອິດ​ໄດ້​ຈັດ​ຂື້ນ​ໃນ​ປີ 2006 ​ເຊິ່ງ​ປະ​ເທດ​ສະ​ມາ​ຊິກ​ພັດ​ປ່ຽນ​ກັນ​ເປັນ​ເຈົ້າ​ພາບ​ ແລະ​2​ປີ​ຈັດ​ຂື້ນ​ເທື່ອ​ໜື່ງ.​ສໍາ​ລັບ​ພິ​ທີ​ມອບ​-​ຮັບ​ລາງ​ວັນ​ຄັ້ງ​ທີ​5​ປີ​2014​ນີ້​ແມ່ນ​ຈະ​ຈັດ​ຢູ່​ປະ​ເທດ​ກໍາ​ປູ​ເຈຍ.