ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ຮຽກ​ຮ້ອງ​ໃຫ້​ຕ່າງ​ປະ​ເທດ​ເຂົ້າ​ໄປ​ລົງ​ທຶນ​ໂດຍ​ກົງ​ຢູ່​ມຽນມາ

(GMT+08:00) 2012-09-24 16:02:56     cri
ມຽນມາ​ແມ່ນ​ປະ​ເທດ​ກຽດຕິຍົດ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ​9​ນີ້.​ເພື່ອ​ໂຄ​ສະ​ນາ​ແລະ​ເຜີຍ​ແຜ່​ໂສມ​ໜ້າ​ໃໝ່​ຂອງ​ມຽນ​ມາ​ຕໍ່​ຈີນ​ແລະ​ໂລກ,​ໃນ​ໄລ​ຍະ​ຈັດ​ງານ,​ມຽນ​ມາ​ໄດ້​ຈັດ​ກິດ​ຈະ​ກຳ​ຫຼາຍ​ຢ່າງ ​ເປັນ​ຕົ້ນ​ແມ່ນ:​ພິ​ທີ​ເປີດ​ຫໍ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ​ມຽນ​ມາ,​ງານ​ສົນ​ທະ​ນາ​ລະ​ຫວ່າງ​ຜູ່​ນຳ​ມຽນ​ມາ​ກັບ​ນັກ​ທຸ​ລະ​ກິດ​ຈີນ,​ແລະ​ກອງ​ປະ​ຊຸມ​ເຜີຍ​ແຜ່​ໂຄ​ສະ​ນາ​ມຽນ​ມາ.

ມີນັກທຸລະກິດມຽນມາຈຳນວນ​ໜຶ່ງ​ຍັງ​ເໝົ​າຍົນ​ມາ​ນານ​ນີງ​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຄັ້ງ​ນີ້.​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​CRI,​ທ່ານ​ເທັນ​ເຊັນ,​ປະ​ທາ​ນາ​ທິ ບໍດີ​ມຽນມາ​ກ່າວ​ວ່າ,​ນອກ​ຈາກ​ມີ​ຊັບ​ພະ​ຍາ​ກອນ​ອັນ​ອຸ​ດົມ​ສົມ​ບູນ​ແລ້ວ,​ມຽນ​ມາ​ຍັງ​ມີ​ທ່າ​ແຮງ​ທາງ​ດ້ານ​ອື່ນໆ,​ທ່ານ​ຫວັງ​ວ່າ ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຄັ້ງ​ນີ້​ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ໂສມ​ໜ້າ​ອັນ​ໃໝ່​ອ່ຽມ​ຂອງ​ມຽນ​ມາ​ຕໍ່​ໂລກ,​ແລະ​ຍິນ​ດີ​ຕ້ອນ​ຮັບ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ເຂົ້າ​ໄປ​ລົງ​ທຶນ​ໂດຍ​ກົງ​ຢູ່​ມຽນມາ.