ອົງການ​ຈັດ​ຕັ້ງ​ປະ​ຊາ​ຊົນ​ແລະ​ການ​ເມືອງ​ຫຼາຍ​ອົງ​ການ​ຂອງ​ໄຕ້​ຫວັນ​ຮ່ວມ​ກັນ​​ຈັດ "ການ​ເດີນ​ຂະ​ບວນ​ເພື່ອ​ປ້ອງ​ກັນ​ເກາະ​ຕ້ຽວ​ຢູ​ວັນ​ທີ​23​ກັນ​ຍາ"

(GMT+08:00) 2012-09-24 16:27:58     cri
ຕອນ​ບ່າຍວັນ​ທີ23​ກັນຍາ​ນີ້,ຫຼາຍໝູ່​ຄະນະ​ປະຊາຊົນ​ແລະ​ໝູ່ຄະນະ​ການ​ເມືອງ​ຂອງ​ໄຕ້​ຫວັນ​ໄດ້ຮ່ວມ​ກັນ​ຈັດ "ການ​ເດີນ​ຂະ​ບວນ​ເພື່ອ​ປົກ​ປັກ​ຮັກ​ສາ​ເກາະ​ຕ້ຽວ​ຢູ",​ກຸ່ມ​ເຄື່ອນ​ໄຫວ​ປົກ​ປ້ອງ​ເກາະ​ຕ້ຽວ​ຢູ​ແລະ​ປະ​ຊາ​ຊົນ​ໄຕ້​ຫວັນ​ຫຼາຍ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ເທື່ອ​ນີ້.​ກຸ່ມ​ຜູ່​ເດີນ​ຂະ​ບວນ​ໄດ້​ໄປ​ຮວມ​ຕົວ​ກັນ​ປະ​ທ້ວງ​ຢູ່​ໜ້າ​ປະ​ຕູ​ສຳ​ນັກ​ງານ ສະ​ມາ​ຄົມ​ແລກ​ປ່ຽນ​ຍີ່​ປຸ່ນ​ປະ​ຈຳ​ໄຕ້​ຫວັນ​ແລະ​ໄດ້​ຍື່ນ​ໜັງ​ສື​ປະ​ທ້ວງ.

ທ່ານ​ອູ​ຢົງ​ຢວນ,ຜູ່​ຮຽກ​​ໄຂ​ເວທີ​ປຶກສາ​ຫາລື​ການ​ພັດທະນາ​ໂດຍ​ສັນຕິ​ສອງ​ຝັ່ງ​ຊ່ອງ​ແຄບ,​ປະ​ທານ​ພັກ​ແຮງ​ງານ​ໄຕ້​ຫວັນ​ກ່າວ​ວ່າ,ຄວາມ​ໝາຍ​ອັນ​ສຳ​ຄັນ​ຕົ້ນ​ຕໍ​ທີ່​ສຸດ​ຂອງ​ການ​ເດີນ​ຂະ​ບວນ​ຂອງ​ປະ​ຊາ​ຊົນ​ໄຕ້​ຫວັນ​ເທື່ອ​ນີ້​ແມ່ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ຈີນ​ທີ່​ຢູ່​ສອງ​ຝັ່ງ​ຊ່ອງ​ແຄບ ຊຶ່ງ​ລວມ​ທັງ​ປະ​ຊາ​ຊົນ​ໄຕ້​ຫວັນ​ລ້ວນ​ແຕ່​ມີ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ ແລະ​ຄວາມ​ກ້າ​ຫານ​ທີ່​ຈະ​ປົກ​ປັກ​ຮັກ​ສາ​ເກາະ​ຕ້ຽວ​ຢູ​ແລະ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຕົນ​ເອົາ​ໄວ້.