ໄຂ​ງານ​ວາງ​ສະ​ແດງ​ລົດ​ຍົນ​ຂອງ​ຈີນ-​ອາ​ຊຽນ​ຄັ້ງ​ທີ​2

(GMT+08:00) 2012-09-24 16:47:38     cri
ຕາມ​ຂ່າວສານ​ຈີນ:​ວັນ​ທີ​23​ກັນ​ຍາ​ນີ້,​ງານ​ວາງສະ​ແດງ​ລົດ​ຍົນ,​ເຄື່ອງ​ຈັກ​ແລະ​ເຄື່ອງ​ອະ​ໄຫຼ່​ຂອງ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​2 ຊຶ່ງ​ເປັນ​ກອງ​ປະ​ຊຸມ​ຍ່ອຍ​ຂອງ​ງານ​ວາງ​ສະ​ແດງ ສິນ​ຄ້າ​ຈີນ​-​ອາ​ຊຽນ​ໄດ້​ໄຂ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ແລະ​ວາງ​ສະ​ແດງ​ສາ​ກົນ​ເມືອງ​ຫຼິວ​ໂຈ່​ວ​ເຂດ​ກວາງ​ຊີ,​ມີ​ວິ​ສາ​ຫະ​ກິດ​300​ກວ່າ​ແຫ່ງ ຊຶ່ງ​ລວມ​ທັງ​ວິ​ສາ​ຫະ​ກິດ​ຈາກ​ອາ​ຊຽນ​ພ້ອມ​ດ້ວຍ​ລົດ​ຍົນ​ຍີ່​ຫໍ້​ຕ່າງໆ​ທີ່​ມີ​ຊື່​ດັງ​ໃນ​ໂລກ​ໄດ້​ເຂົ້າ​ຮ່ວມ.