ທ່ານ​ຢາງ​ເຈຍ​ສື​ພົບ​ປະທ່ານ​ທອງ​ລຸນ ສີ​ສຸ​ລິດ

(GMT+08:00) 2012-09-25 14:12:44     cri
ຕາມ​ຂ່າວ​ຈາກ​ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ:ວັນ​ທີ 24 ກັນຍາ​ນີ້,ຢູ່​ນີວຢອກ​ຂອງ​ອາ​ເມ​ລິ​ກາ,ທ່ານ​ຢາງ​ເຈຍ​ສື,ລັດຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ທອງ​ລຸນ ສີ​ສຸ​ລິດ,ຮອງ​ນາຍົກລັດ​ຖະມົນ​ຕີທັງ​ເປັນ​ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ.

ທ່ານ​ຢາງ​ເຈຍ​ສື​ກ່າວ​ວ່າ,ປະຈຸ​ບັນ,ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ລາວ​ມີ​ທ່າ​ອຽງ​ທີ່​ດີ,ຜູ້ນຳ​ສອງ​ປະ​ເທດ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນຢ່າງ​ກວ້າງ​ຂວາງ​ໃນ​ການ​ພົວພັນ​ລະຫວ່າງ​ສອງຝ່າຍ​ແລະ​ບັນຫາ​ພາກ​ພື້ນ​ກໍ່ຄືສາກົນ​ທີ່​ສົນ​ໃຈ​ຮ່ວມ​ກັນ,​ໄດ້​ຊຸກຍູ້​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ແຂງ​ແຮງ.ຈີນ​ຍິນ​ດີ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ລາວ,ປະຕິ​ບັດ​ຜົນສຳ​ເລັດ​ຂອງ​ການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ສອງ​ປະ​ເທດ,​ເລັ່ງ​ລັດການ​ວາງ​ແລະ​ປະຕິບັດ​ແຜນ​ການ​ດຳ​ເນີນ​ງານ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ຈີນ​ກັບ​ລາວ,​ເລັ່ງລັດ​ຊຸກຍູ້ການ​ຮ່ວມ​ມື​ໃນ​ໂຄງການ​ທີ່​ກ່ຽວຂ້ອງ,ຂະຫຍາຍ​ການ​ແລ​ກປ່ຽນ​ດ້ານ​ວັດທະນະທຳ,ສ້າງ​ຄວາມຜາສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.ຈີນ​ຍິນ​ດີ​ສືບ​ຕໍ່​ຕັ້ງໜ້າຊ່ວຍ​ເຫຼືອ​ປະ​ເທດ​ລາວ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີຣົບຄັ້ງ​ທີ​ 9 ​ໃຫ້ສຳ​ເລັດ​ຜົນ​ດ້ວຍ​ດີ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ​ກ່າວ​ວ່າ:ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດກຳລັງຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ໃນ​ປະຫວັດສາດ,ການ​ຂະຫຍາຍ​ການ​ພົວ​ພັນ​ມິດຕະ​ພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກນັ້ນ​ແມ່ນ​ມີ​ຄວາມ​ໝາຍ​ດ້ານ​ຍຸດ​ທະ​ສາດ.ທ່ານ​ທອງ​ລຸນ​ຍັງ​ໄດ້​ກ່າວຂອບ​ໃຈ​ນຳ​ຈີນ​ທີ່​ໄດ້​​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແລະ​ການ​ສະໜັບສະໜູນ​ແກ່​ລາວ​ໃນ​ການ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​​ເອີຣົບ,​ແລະ​ກ່າວ​ວ່າ​,ຍິນ​ດີ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ,ຮັບປະກັນ​ໃຫ້ການ​ຈັດ​ກອງ​ປະຊຸມ​​ເທື່ອ​ນີ້ມີ​ຜົນສຳ​ເລັດຢ່າງ​ຈົບງາມ,​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈກັນ​ແລະ​ການ​ຮ່ວມ​ມື​ກັນລະຫວ່າງ​ບັນດາ​ປະ​ເທດ​ອາຊີ​ເອີຣົບ.

ມື້​ດຽວ​ກັນ,ທ່ານ​ຢາງ​ເຈຍ​ສື​ຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ມາຕີ ນາ​ຕາ​ເລ​ກາ​ວາ,ລັດຖະ​ມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ແລະ​ທ່ານ​ວຸນນາ​ມ໋ອງ,ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ.ທ່ານ​ຢາງ​ເຈຍ​ສື​ໄດ້​ນຳພາ​ຄະນະຜູ້​ແທນ​ຈີນໄປ​ເຂົ້າ​ຮ່ວມການ​ອະພິ​ບາຍ​ທົ່ວ​ໄປ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ 67 ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ກັນຍາ​ນີ້.