ຍີ່ປຸ່ນຄວນ​ຮັບ​ຜິດ​ຊອບ​ຕໍ່​ການ​ເລື່ອນ​ເວ​ລາ​ຈັດ​ກິດ​ຈະ​ກຳ​ລະ​ລຶກ​ຈີນ​ຍີ່​ປຸ່ນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ​40​ປີ

(GMT+08:00) 2012-09-25 15:15:08     cri
ວັນ​ທີ24​ກັນຍາ​ນີ້​ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ທີ່​ຈີນ​ຕົກລົງ​ເລື່ອນເວລາ​ໃນ​ການຈັດ​ງານ​ລ້ຽງ​ຮັບຮອງ​ເພື່ອ​ລະ​ລຶກຈີນ​ຍີ່​ປຸ່ນ​ສ້າງ​ສາ​ຍ​ພົວ​ພັນ​ທາງ​ການ​ທູດຫັນ​ເປັນ​ປົກກະຕິ​ຄົບຮອ​ບ40ປີ​ໄປ​ຈັດ​ໃນ​ເວລາ​ອັນ​ເໝາະ​ສົມ​ໃນ​ຕໍ່ໜ້າ,​ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ:ປີ​ນີ້​ແມ່ນ​ຈີນ​ແລະ​ຍີ່​ປຸ່ນ​ສ້າງ​ສາຍ​ພົວພັນ​ທາງ​ການ​ທູດ​ຫັນ​ເປັນ​ປົກກະຕິ​ຄົບຮອ​ບ40ປີ,ຄວນ​ເປັນ​ໂອ​ກາດ​ສຳ​ລັບ​ທັງ​ສອງ​ຝ່າຍ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ຕື່ມ​ອີກ.​ແຕ່​ວ່າ,​ລັດ​ຖະ​ບານ​ຍີ່​ປຸ່ນຍັງ​ຢືນຢັນ​ທີ່​ຊື້​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດ​ໝາຍ,​ຊຶ່ງ​ເປັນ​ການ​ລ່ວງ​ລ້ຳ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແລະ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ,​ແຕະຕ້ອງ​ຈິດ​ໃຈ​ປະຊາຊົນ​ຈີນ​ແລະ​ທຳລາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນຢ່າງ​ຮ້າຍ​ແຮງ.ຍີ່ປຸ່ນຕ້ອງ​ຮັບຜິດຊອບ​ຕໍ່​ຜົນ​ຮ້າຍ​ທີ່​ຈະ​ຕາມ​ມາ​ໃນ​ພາຍ​ຫຼັງ​ຍ້ອນ​ການ​ກະ​ທຳ​ຂອງ​ຕົນ.

ໃນ​ເວລາ​ຕອບຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບດ່ານ​ພາສີ​ຈີນ​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ກວດ​ກາ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ທີ່​ກ່ຽວ​ພັນ​ກັບ​ຍີ່​ປຸ່ນ​ນັ້ນ,​ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ,ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ຂອງ​ທັງ​ສອງ​ຝ່າຍ,ການ​ກະທຳ​ຂອງ​ຍີ່​ປຸ່ນ​ໃນ​ການ​ຊື້​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດໝາຍ​ນັ້ນ​ໄດ້​ກະ​ທົບ​ກະ​ເທືອ​ນ​ແລະ​ທຳລາຍ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ເປັນ​ປົກ​ກະ​ຕິ​ຂອງ​ການ​ພົວ​ພັນ​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ຍີ່ປຸ່ນ,ນີ້​ແມ່ນ​ເລື່ອງ​ທີ່​ຝ່າຍ​ຈີນ​ບໍ່​ຕ້ອງ​ການ​ທີ່​ຈະ​ເຫັນ.​ສ່ວນ​ຍີ່​ປຸ່ນຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ເລື່ອງ​ທັງ​ໝົດ​ທີ່​ເກີດ​ຂຶ້ນ.ຍີ່​ປຸ່ນຕ້ອງ​ຢຸດຕິ​ທຸກໆ​ການ​ກະທຳ​ທີ່​ລ່ວງ​ລ້ຳ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແລະ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຈີນ​ໃນ​ທັນທີ​ແລ້ວ​ກັບ​ຄືນ​ສູ່​ຊ່ອງ​ທາງ​ທີ່​ຖືກຕ້ອງ​ໃນ​ການ​ເຈລະຈາ​ເພື່ອ​​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ,​ແລະ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ຈີນ​ຍີ່​ປຸ່ນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ.