ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າ​ງປະ​ເທດ​ຈີນ​ກ່າວ​ວ່າ​ຍີ່​ປຸ່ນ​ຕ້ອງ​ແກ້​ໄຂ​ຄວາມ​ຜິດ​ພາດ​ຂອງ​ຕົນ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ

(GMT+08:00) 2012-09-25 16:32:04     cri
ວັນ​ທີ25​ກັນຍາ​ນີ້,ຢູ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຈ່າງ​ຈື້ຈຸ່ນ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານ​ຊີ​ຄາ​ໂອະ ຄາ​ວາ​ອິ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ.ທ່ານ​ຈ່າງ​ຈື້ຈຸ່ນ​ກ່າວ​ວ່າ:ຈີນ​ເດັດ​ດ່ຽວ​ຈະ​ບໍ່​ອົດທົນ​ຕໍ່​ການ​ກະທຳ​ພຽງ​ແຕ່​ຝ່າຍ​ດຽວ​ຂອງ​ຍີ່​ປຸ່ນ​ທີ່​ລ່ວງ​ລ້ຳ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແລະ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຈີນ,​ຍີ່​ປຸ່ນ​ຕ້ອງ​ປະ​ຖິ້ມ​ຄວາມ​ເພີ້​ຝັນ,​ສຳ​ຫຼວດ​ກວດ​ກາ​ຄືນ​ຕໍ່​ຄວາມ​ຜິດພາດ​ຂອງ​ຕົນ​ຢ່າງ​ແທ້​ຈິງ​ແລະແກ້​ໄຂຄວາມ​ຜິດພາດ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ,​ແລ້ວ​ປະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງ​ທີ່​ເປັນ​ເອກະສັນ​ກັນ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ທີ່​ຜູ້​ນຳ​ສອງ​ປະ​ເທດ​ຕົກ​ລົງ​ຮ່ວມ​ກັນ,ພະຍາຍາມ​ຮ່ວມ​ກັບຝ່າຍ​ຈີນ​ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ການ​ພັດ​ທະ​ນາ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງຄືນ​ໃໝ່.

ທ່ານ​ຈ່າງ​ຈື້ຈຸ່ນ​ກ່າວ​ຕື່ມ​ອີກ​ວ່າ,​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູຮານ​ນະ​ການ,​ຊຶ່ງ​ມີ​ປະ​ຫວັດ​ສາດ​ແລະ​ກົດ​ໝາຍ​ເປັນ​ຫຼັກ​ຖານອ້າງ​ອີງ.ຍີ່​ປຸ່ນ​ບໍ່​ສົນ​ໃຈ​ນຳ​ຈີນ​ທີ່​ໄດ້​ຕໍ່​ວ່າ​ປະ​ທ້ວງ​ຢ່າງ​ຈິງ​ຈັງ​ຫຼາຍ​ເທື່ອ,​ແລະ​ປະ​ຕິ​ເສດ​ບໍ່​ຍອມ​ຮັບ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຂໍ້​ຕົກ​ລົງ​ທີ່​ເປັນ​ເອກະ​ພາບ​ກັນ​ອັນ​ສຳ​ຄັນ​ທີ່​ຜູ້​ນຳ​ສອງ​ປະ​ເທດ​ໄດ້​ຕົກ​ລົງ​ຮ່ວມ​ກັນ​ໃນ​ເມື່ອ​ກ່ອນ,​ບໍ່​ສົນ​ໃຈ​ນຳ​ຄວາມ​ເປັນ​ຈິງ​ໃນ​ປະ​ຫວັດ​ສາດ​ແລະ​ກົດ​ໝາຍ,​ໃຊ້​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ​ຢ່າງ​ເປີດ​ແປນ​ທີ່​ສຸດ,​ເປັນ​ຕົ້ນ​ແມ່ນ​ການ​ເຮັດ​ໃຫ້​ເກາະ​ຕ້ຽວ​ອີ​ຫັນ​ເປັນ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ,ນີ້​ເປັນ​ການ​ກະທຳ​ທີ່​ລ່ວງ​ລ້ຳ​ດິນ​ແດນ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ,​ເປັນ​ການ​ແຕະຕ້ອງ​ເຖິງ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ​ຈຳ​ນວນ​1​ຕື້​300​ລ້ານ​ຄົນ​ຢ່າງ​ຮ້າຍ​ແຮງ,​ຢຽບ​ຢ່ຳ​ຄວາມ​ເປັນ​ຈິງ​ໃນ​ປະ​ຫວັດ​ສາດ​ແ​ລະ​ນິຕິ​ທຳສາກົນ​ຢ່າງ​ຮ້າຍ​ແຮງ,ປະຕິ​ເສດ​ຢ່າງ​ເປີດ​ແປນ​ຕໍ່​ຜົນ​ສຳ​ເລັດ​ແຫ່ງ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ຕໍ່​ຕ້ານ​ຟັດ​ຊິດ​ໂລກ,​ເປັນ​ການ​ທ້າ​ທາຍ​ຢ່າງ​ຮ້າຍ​ແຮງ​ຕໍ່​ລະບຽບ​ການສາກົນ​ຫຼັງ​ສົງຄາມ​​ໂລກ​ຄັ້ງ​ທີ​ສອງ.ປະ​ຫວັດ​ສາດ​ບໍ່​ສາ​ມາດ​ພິກ​ປີ້ນ​,ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ບໍ່​ສາມາດປະຕິ​ເສດ,​ແລະ​ຈິດ​ໃຈ​ຂອງ​ປະຊາຊົນບໍ່​ສາມາດ​ຝ່າຝືນ​​ໄດ້.

ທັງ​ສອງ​ຝ່າຍ​ຈີນ​ແລະ​ຍີ່​ປຸ່ນ​ເຫັນ​ດີ​ສືບຕໍ່ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ.