ລັດຖະບານ​ຈີນ​ເຜີ​ຍ​ແຜ່​ປຶ້ມ​ປົກ​ຂາວ ​ປະກາດ​ອີກ​ເທື່ອ​ໜຶ່ງ​ວ່າ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ

(GMT+08:00) 2012-09-25 16:47:17     cri
ວັນ​ທີ25​ກັນຍາ​ນີ້,ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່​ປຶ້ມ​ປົກ​ຂາວ​ໂດຍ​ປະ​ກາດ​ອີກ​ເທື່ອ​ໜຶ່ງ​ວ່າ​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະ​ດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ແມ່ນ​ສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ອອກ​ຈາກ​ດິນ​ແດນ​ຈີນ​ບໍ່​ໄດ້.

ປຶ້ມ​ປົກ​ຂາວ​ພາດ​ຫົວ​ເລື່ອງ​ວ່າ"​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ"ຊຶ່ງ​ມີ​ຕົວ​ໜັງສື​ປະມ​ານ7000​ໂຕ,​ແບ່ງ​ເປັນ7​ພາກ​ຄື​,ຄຳ​ນຳ,​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ,ຍີ່​ປຸ່ນ​ລັກ​ຍຶດ​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດ​ໝາຍ,​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ​ມອບ​ຮັບ​ເກາະ​ຕ້ຽວ​ອີ​ຊຶ່ງ​ກັນ​ແລະ​ກັນ​ເປັນ​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ​ແລະ​ບໍ່​ມີ​ຜົນ​ສັກ​ສິດ,​ຍີ່​ປຸ່ນ​ອ້າງ​ມີ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ແມ່ນ​ບໍ່​ມີ​ຫຼັກ​ຖານ​ອ້າງ​ອີງ​ຫຍັງ​ເລີຍ​ແລະ​ຈີນ​ຕໍ່​ສູ້​ຢ່າງ​ເດັດດ່ຽວ​ເພື່ອ​ປົກ​ປ້ອງ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີຂອງ​ຕົນ​ແລະ​ພາກ​ສະຫຼຸບ.

ທ່ານ​ຫຼິວ​​ໂຢຝ້າ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ບັນຫາ​ສາກົນ​ຂອງ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI ວ່າ:"ປຶ້ມ​ປົກ​ຂາວ​ໄດ້ຊີ້​ໃຫ້​ເຫັນລາຍ​ລະອຽດ​ທາງ​ດ້ານ​ປະຫວັດສາດ​ວ່າ​ສິດ​ອຳນາດ​ອະທິປ​ະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ແມ່ນ​ຂອງ​ຈີນ,​ໄດ້​ໃຫ້​ລາຍ​ລະອຽດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບບັນຫາ​ຍີ່​ປຸ່ນ​ໄດ້ ​ຍຶດ​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດໝາຍຄື​ແນວ​ໃດ?​ແລະ​ຍັງ​ໄດ້​ໃຫ້​ຮູ້​ຢ່າງ​ຈະ​ແຈ້ງອີກວ່າອາ​ເມ​ລິ​ກາ​​ເຮັດ​ແນວ​ໃດ​ໃນ​ການມອບ​ສິດ​ຄຸ້ມ​ຄອງ​ເກາະ​ຕ້ຽວ​ອີ​ໃຫ້​ຍີ່​ປຸ່ນ​ໂດຍ​ບໍ່​ໄດ້ຮັບ​ການ​ອະ​ນຸຍາດ​ຂອງ​ຈີນ,ສາມາດ​ເວົ້າ​ໄດ້​ວ່າ,​ປຶ້ມ​ປົກ​ຂາວ​ສະບັບ​ນີ້​ໄດ້​ເປີດ​ເຜີຍ​ຢ່າງ​ຈະ​ແຈ້ງ​ຕໍ່​ປະ​ຊາ​ຄົມ​ໂລກ​ອີກ​ເທື່ອ​ໜຶ່ງ​ວ່າ​ຍີ່​ປຸ່ນ​ອ້າງ​ວ່າ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ລັດຖະບານ​ຍີ່ປຸ່ນນັ້ນ​ແມ່ນ​ບໍ່​ມີ​ຫຼັກ​ຖານ​ອ້າງ​ອີງ​ເລີຍ."

ທ່ານ​ຫຼິວ​ໂຢຝ້າ​ກ່າວ​ວ່າ:ປຶ້ມ​ປົກ​ຂາວ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ແມ່ນ​ປຶ້ມ​ປົກ​ຂາວສະບັບ​ທຳ​ອິດ​ທີ່​ຈີນ​​ປະກາດ​ກ່ຽວ​ກັບ​ດິນ​ແດນ​ທີ່​ມີ​ຄວາມ​ຂັດ​ແຍ່ງ.ປຶ້ມ​ປົກ​ຂາວ​ເປັນ​ເອກະສານ​ທາງ​ການ​ທີ່​ໄດ້​ຕາງໜ້າ​ຫຼັກ​ໝັ້ນຈຸດ​ຢືນ​ຂອງ​ລັດຖະບານ,ຊຶ່ງ​ມີ​ບົດບາດ​ໃນ​ການ​ໃຫ້​ຮູ້ລາຍ​ລະອຽດ​ກ່ຽວ​ກັບ​ນະ​ໂຍ​ບາຍ​ທັງ​ພາຍ​ໃນ​ແລະ​ຕໍ່​ຕ່າງປະ​ເທດຂອງ​ຈີນ.ທ່ານ​ຫຼິວ​ໂຢຝ້າ​ກ່າວ​ວ່າ:

"ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່ຈີນ​​ເຜີຍ​ແຜ່ປຶ້ມ​ປົກ​ຂາວ​ເພື່ອ​ແຈ້ງ​ນະ​ໂຍບາຍ​ຕໍ່​ປະຊາ​ຄົມ​ໂລກ​ໃຫ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຈຸດ​ຢືນ​ຂອງ​ຈີນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ຄວາມ​ເປັນ​ມາ​ຂອງ​ບັນຫາ​ເກາະ​ຕ້ຽວ​ອີ.ການ​ປະກາດ​ນະ​ໂຍບາຍ​ໃນ​ຄັ້ງ​ນີ້​ກໍ່​ຈະ​ເປັນ​ພື້ນ​ຖານ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສ້າງ​ກົດ​ໝາຍ,​ພ້ອມ​ທັງ​ໃຫ້​ການ​ຊີ້​ນຳ​ແລະ​ຫຼັກ​ຖານອ້າງ​ອີງ​ທາງ​ດ້ານ​ນະ​ໂຍບາຍ​ແກ່​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ເພື່ອ​ປົກ​ປ້ອງ​ສິດ​ອຳນາດ​ອະທິປະ​ໄຕຂອງ​ຕົນ."