ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ9​ອັດ​ລົງ

(GMT+08:00) 2012-09-25 19:24:15     cri
ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ9​ໄດ້​ອັດ​ລົງ​ແລ້ວ​ໃນ​ຕອນ​ບ່າຍ​ວັນ​ທີ25​ກັນຍາ​ນີ້​ຢູ່​ທີ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງ​ຊີ​ຂອງ​ຈີນ.ງານ​ວາງສະ​ແດງ​ໃນ​ປີ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ​ຂອງ​ເຂດ​ການ​ຄ້າ​ເສລີ.

ທ່ານ​ຫຼານ​ທ່ຽນ​ລີ້ ຮອງ​ຫົວໜ້າ​ທັງ​ເປັນ​​ເລຂາທິການ​ໃຫຍ່​ຄະນະ​ກຳມະການຈັດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ9,ຮອງ​ປະທານ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ​ກ່າວ​ໃນ​ພິທີ​ປິດ​ງານ​ແລະ​ງານ​ຖະ​ແຫຼ​ງຂ່າວ​ວ່າ,ນັບ​ມາ​ຮອດ​ເວລາ16​ໂມງ​ຂອງ​ວັນ​ທີ25​ກັນຍາ​ນີ້,ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ9​ໄດ້​ດຶງ​ດູດ​ນັກທຸລະ​ກິດ​ແລະ​​ພໍ່ຄ້າ​ຊາວ​ຂາຍ5​ໝື່ນ2000​ຄົນ​ມາ​ເຂົ້າ​ຮ່ວມ​ງານ​ຊຶ່ງ​ຫຼາຍ​ກວ່າ​ງານ​ວາງສະ​ແດງ​ຄັ້ງ​​ແລ້ວ​ນີ້2,8%.ນອກ​ນີ້,ຍັງ​ມີ​ຄະນະ​ຈັດ​ຊື້​ສິນຄ້າ​ຫຼື​ຄະນະການ​ລົງທຶນ​ທັງ​ພາຍ​ໃນ​ຈີນ​ແລະ​ຕ່າງປະ​ເທດ90​ຄະນະ​ເຂົ້າ​ຮ່ວມ​ງານ,​ໃນ​ນັ້ນ​ອາ​ຊຽນ,​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ມີ73​ຄະນະ,​​ເມື່ອ​ທຽບ​ໃສ່​ງານ​ຄັ້ງ​ແລ້ວ​ນີ້​ໄດ້​ເພີ່ມ​ຂຶ້ນ12,3%.ພາຍຫຼັງ​ໄດ້​ເຈລະຈາ​ສັງ​ສັນ​ເປັນ​ເວ​ລາ​5​ວັນ​ແລ້ວ,ຍ້ອນ​ມູນ​ຄ່າ​ການ​ຄ້າ​ໃນງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້ບັນລຸ1​ຕື້778​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ3,9%​ເມື່ອ​ທຽບ​ກັບ​ງານ​ວາງສະ​ແດງ​ຄັ້ງ​ຜ່ານ​ມາ.