ຈີນ​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ​ຖອດ​ຖອນ​ເອົາ​ບົດ​ຮຽນ​ທາງ​ລົບ​ຈາກ​ປະ​ຫວັດ​ສາດ,​ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ

(GMT+08:00) 2012-09-25 15:00:24     cri
ຕາມ​ຂ່າວCRI:ວັນ​ທີ24​ກັນຍາ​ນີ້,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຍີ່ປຸ່ນ​ອາ​ເມ​ລິ​ກາ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້,​ທ່ານ​ຮົງ​ເຫຼີຍ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ໄດ້​ເຫັນ​ການ​ລາຍ​ງານ​ທີ່​ກ່ຽວ​ຂ້ອງ,​ຫວັງ​ວ່າ​ຝ່າຍ​ທີ່​ກ່ຽວຂ້ອງ​ຈະ​ຖື​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ເປັນ​ສິ່ງ​ສຳຄັນ,​ກະທຳ​ໃນ​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນ​ຄົງ,​ແລະ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ,​ແລະ​ຫວັງ​ວ່າ​ຍີ່​ປຸ່ນ​ຈະ​ຖອດ​ຖອນ​ເອົາ​ບົດ​ຮຽນ​ທາງ​ລົບ​ຈາກ​ປະ​ຫວັດ​ສາດ,​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ.