ຫ້ອງການ​ວຽກ​ງານ​ໄຕ້​ຫວັນຂອງລັດຖະບານ​ຈີນ​ກ່າວ​ວ່າ ກຳ​ປັ່ນ​ປ້ອງ​ກັນ​ໄພຂອງ​ແຜ່ນດິນ​ໃຫຍ່​ຈີນ​ທີ່​ໄປ​ລາດຕະ​ເວນ​ຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ຈະ​ໃຫ້ການ​ບໍລິການ​ແກ່ຊາວ​ປະມົງ​ຂອງ​ໄຕ້​ຫວັນ

(GMT+08:00) 2012-09-26 14:18:59     cri
ວັນ​ທີ 26 ກັນຍາ​ນີ້,ທ່ານ​ນາງຟ້າ​ນ​ລີ້​ຊີ່​ງ,​ໂຄສົກຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຄະນະ​ລັດຖະບານ​ຈີນ​ໄດ້​ກ່າວ​ໃນງານ​ຖະ​ແຫຼ​ງຂ່າວວ່າ,​​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ແມ່ນ​ເຂດ​ຫາ​ປາ​ຂອງ​ຊາວ​ປະມົງ​ຈີນມາ​ຕັ້ງ​ແຕ່​ບູຮານ​ນະ​ການ,ຊາວ​ປະມົງ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄປ​ທຳ​ການ​ປະມົງ​ຢູ່​ເຂດ​ນີ້​ແມ່ນ​ເລື່ອງ​ທີ່​ສົມ​ເຫດ​ສົມ​ຜົນ.ກຳ​ປັ່ນ​ປ້ອງ​ກັນ​ໄພ​ຂອງຈີນແຜ່ນດິນ​ໃຫຍ່ໄດ້ສືບ​ຕໍ່​ດຳ​ເນີນ​ການ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ ປ້ອງ​ກັນ​ໃນ​ການ​ປະມົງ​ແລະ​ປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ​ຢູ່​ເຂດ​ທະ​ເລດັ່ງກ່າວ,​ເພື່ອ​ໃຫ້ການ​ບໍລິການ​ແກ່​ຊາວ​ປະມົງ​ຂອງສອງ​ຝັ່ງ​ຊ່ອງ​ແຄບ.