ສຳ​ເລັດງານ​ວາງສະ​ແດງ​ລົດຍົນ​ຈີນ-ອາ​ຊຽນຄັ້ງ​ທີ 2

(GMT+08:00) 2012-09-26 14:32:22     cri
ຕາມ​ຂ່າວສານ​ຈີນ:ງານ​ວາງສະ​ແດງ​ລົດຍົນ,ເຄື່ອງ​ກົນ​ຈັກ​ແລະ​ເຄື່ອງ​ອາ​ໄຫຼ່​ຈີນ-ອາ​ຊຽນຄັ້ງ​ທີ 2 ​ທີ່​​ໄຂຂຶ້ນ​ຢູ່​ເມືອງ​ຫຼີວ​ໂຈ່​ເຂດ​ກວາງຊີ​ຈີນ​ໃນ​ວັນ​ທີ 23 ກັນຍາ​ນີ້​ໄດ້​ອັດ​ລົງ​ໃນ​ວັນ​ທີ 25 ກັນຍາ​ນີ້​ ໂດຍມີ​ວິ​ສາ​ຫະກິດລວມ 323 ​ແຫ່ງທີ່​ມາ​ຈາກ​ອິນ​​ໂດ​ເນ​ເຊຍ,​ໄທ,ຫວຽດນາມ​​ແລະ​ແຜ່ນດິນ​ໃຫຍ່​ຈີນ​ເຂົ້າ​ຮ່ວມການວາງສະ​ແດງ,​ໃນ​ນັ້ນ,ວິ​ສາ​ຫະກິດ​ທີ່​ມາ​ຈາກ​ປະ​ເທດ​ອາ​ຊຽນມີ 31 ​​ແຫ່ງ,​ເພີ່ມ​ຂຶ້ນ 1 ​ເທົ່າ​ເມື່ອ​ທຽບ​ໃສ່​ຄັ້ງ​ທີ່​ຜ່ານ​ມາ. 7 ປະ​​ເທດ​ອາ​ຊຽນ​ເຊັ່ນ​ລາວ,ມຽນມາ​ແລະ​ປະ​ເທ​ດອື່ນໆ​ໄດ້​ສົ່ງ​ຄະນະ​ຜູ້​ແທນ​ມາ​ເຂົ້າ​ຮ່ວມ,ພະ​ແນກສົ່ງ​ເສີມ​ການ​ຄ້າຮົງ​ກົງ​ຈີນ​ໄດ້​ຈັດ​ຕັ້ງນັກທຸລະກິດມາ​ສຳ​ຫຼວດສຶກສາ​ໃນ​ງານ​​ເປັນ​ຄັ້ງ​ທຳ​ອິດ.

ຕາມ​ສະຖິຕິ​ຂອງ​ຄະນະຮັບຜິດຊອບ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຊີ້ໃຫ້​ເຫັນ​ວ່າ,ນັບ​ມາ​ເຖິງ​ເວລາ 16 ​ໂມງ​ຂອງ​ວັນ​ທີ 25​ ກັນຍາ​ນີ້,ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ສ້າງ​ມູນ​ຄ່າ​ທຸລະ​ກິດ​ລວມ 417 ລ້ານ​ໂດ​ລາ,​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນຂະ​ແໜງ​ການ​ລົດຍົນ​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນຕື່ມ​ອີກ,​​ແລະ​ໄດ້​ບັນລຸ​ການ​ພັດທະນາ​ຮ່ວມ​ກັນ​ແລະຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ຄະນະ​ຮັບຜິດຊອບຈັດ​ຕັ້ງງານ​ວາງສະ​ແດງ​ຄັ້ງ​ນີ້ຍັງ​ແຈ້ງໃຫ້​ຮູ້ອີກວ່າ,ງານ​ວາງສະ​ແດງ​ລົດຍົນ​ຈີນ-ອາ​ຊຽນຄັ້ງ​ທີ 3 ຈະ​ຈັດ​ຂຶ້ນ​ໃນ​​ໄລຍະ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ໃນ​ເດືອນ​ຕຸລາ​ປີ 2013,​ແລະຕົ້ນຕໍຈະ​ເຊື້ອ​ເຊີນ​ວິ​ສາ​ຫະກິດຜະລິດ​ລົດຍົນ,​ເຄື່ອງກົນ​ຈັກແລະ​​ເຄື່ອງ​ອາ​ໄຫຼ່​ຈາກບັນດາປະ​ເທດ​ອາ​ຊຽນ​ເຊັ່ນ​ໄທ,ອິນ​ໂດ​ເນ​ເຊຍ,ຫວຽດນາມ,ມະ​ເລ​ເຊຍ​ແລະ​ປະ​ເທດ​ອື່ນໆ​ໃຫ້​ເຂົ້າ​ຮ່ວມ​​ໃນ​ງານວາງສະ​ແດງ.