ຈີນ​ແລະ​ປະ​ເທດ​ອາ​ຊຽນຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ເສດຖະກິດ​ໂລກ​ທີ່​ຈະ​ຊຸດ​ໂຊມ​ລົງ

(GMT+08:00) 2012-09-26 14:08:31     cri
ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ9​ແລະ​ກອງ​ປະຊຸມ ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ9​ທີ່​ດຳ​ເນີນ​ມາ​ເປັນ​ເວລາ5​ວັນ​ໄດ້​ອັດ​ລົງ​ແລ້ວ.ງານ​ວາງສະ​ແດງ​ສິນຄ້າ​ຄັ້ງ​ນີ້​ໄດ້ຕົກລົງ​ເຊັນ​ສັນຍາ​ການ​ຄ້າ​ໃນ​ມູນ​ຄ່າ​ເຖິງ1​ຕື້778​ລ້ານ​ໂດ​ລາ,​​ຊຶ່ງ​ໄດ້​ເພີ່ມ​ຂຶ້ນ3,9%​ເມື່ອ​ທຽບ​ໃສ່​ງານ​ຄັ້ງ​ຜ່ານ​ມາ.​ໄດ້​ເຊັນ​ສັນຍາ​ການ​ລົງທຶນ​ໃນ​ໂຄງການຮ່ວມມືສາກົນ​ທີ່​ມີ​ມູນ​ຄ່າ8​ຕື້204​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ10,6%​ເມື່ອ​ທຽບ​ໃສ່​ງານ​ຄັ້ງ​ຜ່ານ​ມາ.​ໂດຍ​ທົ່ວ​ໄປ​ແລ້ວ,ບຸກຄົນ​ສຳຄັນ​ທາງ​ການ​ເມືອງ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ງານ​ພ້ອມ​ດ້ວຍ​ຜູ້​ຊ່ຽວຊານ​ນັກວິຊາການ​ມີ​ທ່າ​ທີ​ເບິ່ງ​ອະນາຄົດ​ແຫ່ງ​ການ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄປ​ໃນ​ທາງ​ທີ່​ດີ​.ຈີນ​ກັບປະ​ເທດ​ອາ​ຊຽນຮ່ວມ​ມື​ກັນ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ເສດຖະກິດ​ໂລກ​ທີ່​ຈະ​ຊຸດ​​ໂຊມ​ລົງ​ນັ້ນ​ໄດ້​ກາຍ​ເປັນຄວາມ​ຮັ​ບຮູ້​ທີ່​ຄື​ກັນ​ຂອງ​ແຂກ​ຜູ້​ມີ​ກຽດ​ທັງຫຼາຍ​ທີ່​ມາ​ເຂົ້າ​ຮ່ວມ​ງານ.

ທ່ານ​ໂລ້​ຢົງ​ຄຸນ ຜູ້​ຊ່ວຍ​ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​ຍຸກ​ປະຈຸ​ບັນ​ຂອງ​ຈີນ​ກ່າວ​ວ່າ:ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຕ່າງ​ຝ່າຍ​ຕ່າງ​ກໍ່ເພິ່ງ​ພາ​ອາ​ໄສ​ເຊິ່ງກັນ​ແລະ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ເທັນ​ຊັນ ປະທານ​າທິບໍດີ​ມຽນມາ​ກ່າວ​ວ່າ:​ເນື່ອງ​ຈາກ​ວ່າ​ເສດຖະກິດ​ຂອງ​ຈີນ​ແລະ​ອາ​ຊຽນມີ​ການ​ພົວພັນ​ຢ່າງ​ສະໜິດ​ແໜ້ນ,ປະ​ເທດ​ອາ​ຊຽນຈິ່ງ​ຍິນ​ດີ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຢ່າງ​ແຂງ​ແຮງ​ກັບ​ຈີນ.ຈີນ​ແລະ​ອາ​ຊຽນ​ລ້ວນ​ແຕ່​ຢູ່​ໃນ​ພາກ​ພື້ນ​ອາຊີ​ປາ​ຊີ​ຟິກ​ທີ່​ມີ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ,ສ່ວນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ແມ່ນ​ສູນ​ການ​ພົວ​ພັນ​ສາ​ກົນ​ແລະ​ການ​ຄ້າ​ໃນ​ປະຈຸ​ບັນ.ຈີນ​ແລະ​ອາ​ຊຽນ​ຕ້ອງ​ຮ່ວມ​ມື​ກັນ​ເພື່ອ​ຊຸກ​ຍູ້​ໃຫ້​ພາກ​ພື້ນ​ແຫ່ງ​ນີ້​ມີ​ສັນຕິພາບ​ແລະ​ການ​ພັດທະນາ.

ໃນ​ປະຈຸ​ບັນ,ວິ​ກິດ​ການ​ເສດຖະກິດ​ໂລກ​ຍັງ​ບໍ່​ທັນ​ສິ້ນ​ສຸດ​ລົງ​ເທື່ອ,​ເສດຖະກິດ​ຂອງສະຫະພາບ​ເອີ​ລົບ​ພວມ​ຢູ່​ໃນ​ໄລຍະ​ວິ​ກິດ​ການ,​ເສດຖະກິດ​ອາ​ເມ​ລິ​ກາ​ບໍ່​ສາມາດ​ຟື້ນ​ຕົວ​ຄືນ​ເທື່ອ,ສ່ວນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ການ​ຄ້າ​ແລະ​ການ​ລົງທຶນ​ພາຍ​ໃຕ້​ຂອບ​ເຂດ​ການ​ຄ້າ​ເສລີ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໃຫ້​ເສດຖະກິດ​ໃນ​ພາ​ພື້ນ​ນີ້​ເຕີບ​ໂຕ​ຂຶ້ນ,​ແລະ​ກໍ່​ສາມາດ​ຊຸກ​ຍູ້​ການ​ພັດທະນາ​ການ​ຄ້າ​ຂອງ​ແຫ່ງ​ອື່ນໆ​ໃນ​ໂລກ.ທ່ານ​ສຸພະ​ໄຊ​ ພານິດ​ສະ​ພັກ ​ເລຂາທິການ​ໃຫຍ່​ສະພາ​ການ​ພັດທະນາ​ການ​ຄ້າ​ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ:ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໃຫ້​ເສດຖະກິດ​ໂລກ​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ.