ໄຂງານ​ສຳ​ມະ​ນາ​ວິຊາ​ການ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີຢູ່​ນະຄອນ​ຊຽງ​ໄຮ

(GMT+08:00) 2012-09-26 18:14:16     cri
ງານ​ສຳ​ມະ​ນາ​ວິຊາ​ການ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ26​ກັນຍາ​ນີ້​ທີ່​ນະຄອນ​ຊຽງ​ໄຮຂອງ​ຈີນ​ພາຍ​ໃຕ້​ຫົວ​ຂໍ້​ວ່າ"ປະຊາຊົນ​ຈີນ​ແຜ່ນດິນ​ໃຫຍ່,ຮົງ​ກົງ​,ມາ​ກາວ,​ໄຕ້​ຫວັນ​ແລະ​ຄົນ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ຮ່ວມ​ກັນ​ປົກ​ປ້ອງ​ສິດ​ອຳນາດ​ອ​ະທິປ​ະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ".

ຜູ້​ຊ່ຽວຊານ​ແລະ​ນັກວິຊາການ50​ກວ່າ​ຄົນ​ທີ່​ມາ​ຈາກ​ຈີນແຜ່​ນດິນ​ໃຫຍ່​,ຮົງ​ກົງ,ມາ​ກາວ,​ໄຕ້​ຫວັນ​ແລະ​ປະ​ເທດ​ຕ່າງໆ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ,ນັກ​ຂ່າວ​ສື່​ມວນ​ຊົນຈີນ​ແລະ​ຕ່າງປະ​ເທດ20​ກວ່າ​ສຳນັກ​ໄດ້​​ເດີນທາງ​ມາ​ເກັບ​ກຳ​ຂ່າວ​ແລະ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ.ຜູ້​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ດຳ​ເນີນ​ການ​ຄົ້ນຄວ້າ​ແລະ​ປຶກສາ​ຫາລື​ຫົວ​ຂໍ້​ຕ່າງໆ​ເຊັ່ນ​ຫຼັກ​ຖານ​ອ້າງ​ອີງ​ທາງ​ປ​ະຫວັດ​ສາດ​ແລະ​ນິຕິ​ກຳ​ຂອງ​ຈີນ​ທີ່​ມີ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ,ຜົນ​ສະ​ທ້ອນ​ຂອງ​ເຫດການ​ທີ່​ຍີ່​ປຸ່ນຊື້​ເກາະ​ຕ້ຽວ​ອີ​ທີ່​ມີ​ຕໍ່​ສະ​ຖາ​ນະ​ການ​ຢູ່​ອາຊີ​ປາຊີ​ຟິກ,​ຈີນ​ແຜ່ນດິນ​ໃຫຍ່,ຮົງ​ກົງ,ມາ​ກາວ​ແລະ​ໄຕ້​ຫວັນ​ຄວນ​ເຮັດ​ແນວ​ໃດ​ໃນ​ການ​ຮ່ວມ​ກັນ​ປົກ​ປ້ອງ​ສິດ​ອຳນາດ​ອະທິປະ​ໄຕ​​ເໜືອ​ເກາະ​ຕ້ຽວ​ອີ​ແລະ​ສິດ​ແລະ​ຜົນ​ປະ​ໂຫຍ​ດຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ,ທິດ​ຂະຫຍາຍຕົວ​ຂອງ​ຄວາມ​ຂັດ​ແຍ່ງ​ຢູ່​ເກາະ​ຕ້ຽວ​ອີ​ຈະ​ມີ​ຜົນ​ສະທ້ອນ​ແນວ​ໃດ​ຕໍ່​ການ​ພົວພັນ​ຈີນ​ຍີ່​ປຸ່ນ​ແລະ​ບັນຫາ​ອື່ນໆ.

ບັນດາ​ນັກວິຊາການ​ທີ່​ເຂົ້າ​ຮ່ວມກອງ​ປະຊຸມ​ເຫັນ​ວ່າ:ຍີ່​ປຸ່ນບໍ່​​ໃຫ້​ຄວາມສົນ​ໃຈ​ນຳ​ຄວາມ​ເປັນ​ຈິງ​ໃນ​ປະຫວັດສາດ​ແລະ​ນິຕິ​ກຳ​ສາກົນ​​,ທຸກໆ​ການ​ກະທຳ​ຂອງ​ຍີ່​ປຸ່ນ​ໃນ​ການ​ລ່ວງລ້ຳ​ຜືນ​ແຜ່ນດິນ​ແລະ​ອະທິປະ​ໄຕ​ຂອງ​ຈີນ​ນັ້ນ​ລ້ວນ​ແຕ່​​ເປັນ​ການ​ກະທຳ​ທີ່ຜິດ​ກົດໝາຍ​ແລະ​ບໍ່​ມີ​ຜົນ​ສັກສິດ,ການ​ກະທຳ​ເຫຼົ່າ​ນີ້​ບໍ່​ສາມາດ​ປ່ຽນ​ແປງ​ຄວາມ​ເປັນ​ຈິງ​ທີ່​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ໄດ້​ແຕ່​ຢ່າງ​ໃດ​ເລີຍ.