ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ຜູ້​ນຳ​ຍີ່​ປຸ່ນ​ທີ່​ຍັງ​ຍຶດ​ໝັ້ນ​ຈຸດ​ຢືນ​ອັນ​ຜິດ​ພາດ​ໃນ​ບັນ​ຫາ​ເກາະ​ຕ້ຽວ​ອີ​

(GMT+08:00) 2012-09-27 13:03:09     cri
ວັນ​ທີ27​ກັນຍາ​ນີ້,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ທ່ານ​ໂນ​ດະ ​ໂຢຊີ​ຮິ​ໂກະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ກ່າວ​ຖ້ອຍ​ຄວາມ​ທີ່​ກ່ຽວ​ພັນ​ເຖິງ​ເກາະ​ຕ້ຽວ​ອີ​ຢູ່​ທີ່​ງານ​ຖະ​ແຫຼ​ງຂ່າວ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ.ທ່ານ​ຊິນ​ກ່າ​ງກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ທີ່​ສຸດແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ຜູ້ນຳ​ຍີ່​ປຸ່ນທີ່ຍັງຍຶດໝັ້ນ​ຈຸດ​ຢືນ​ອັນຜິດພາດ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ຢ່າງບໍ່ປ່ຽນແປງ.

ວັນ​ທີ26​ກັນຍາ​ນີ້,​ທ່ານ​ໂນ​ດະ ​ໂຢຊີ​ຮິ​ໂກະ ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ກ່າວ​ຢູ່​ທີ່​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນພາຍຫຼັງ​ກ່າວ​ຄຳ​ປາ​ໄສ​ຢູ່​ທີ່​ສະ​ມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ວ່າ:ບໍ່​ວ່າ​ອີງ​ຕາມ​ປະຫວັດສາດ​ຫຼື​ກົດໝາຍ​ສາກົນ,​ເກາະ​ຕ້ຽວ​ອີ​ລ້ວນ​ແຕ່​ແມ່ນ​ດິນ​ແດນ​ຂອງ​ຍີ່​ປຸ່ນ,ບໍ່​ມີ​ບັນ​ຫາ​ຄວາມ​ຂັດ​ແຍ່ງ​ໃນ​ເລື່ອງ​ນີ້.ຍີ່ປຸ່ນຈະ​ບໍ່ມີ​ການ​ປະ​ນິປະນອມທີ່​ຝ່າ​ຝືນ​ຈຸດ​ຢືນ​ດັ່ງກ່າວ.

ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຊິນ​ກ່າງ​ກ່າວ​ວ່າ:​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູຮານ​ນະ​ການ,ຈີນ​ມີ​ຫຼັກ​ຖານ​ອ້າງ​ອີງ​​ໃນ​ດ້ານ​ປະ​ຫວັດ​ສາດ​ແລະ​ກົດ​ໝາຍຢ່າງ​ຄົບ​ຖ້ວນ​.ຈຸດ​ຢືນ​ແລະ​ການ​ກະທຳ​ຂອງ​ຍີ່​ປຸ່ນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ໄດ້​ລະ​ເມີດ​ວັດຖຸ​ປະສົງ​ແລະ​ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ,​ເວົ້າ​ໃນ​ທາດ​ແທ້​ແລ້ວ​,ຍີ່​ປຸ່ນບໍ່​ໄດ້​ສຳ​ຫຼວດຄືນ​ແລະ​ຮັບຜິດຊອບຢ່າງຈິງຈັງຕໍ່​ປະຫວັດ​ການ​ຮຸກ​ຮານ​ຂອງ​ລັດທິ​ລັດ​ຖະ​ທະ​ຫານ​ຍີ່​ປຸ່ນ,ຍີ່​ປຸ່ນ​ມີເຈດ​ຕະນາ​ປະຕິ​ເສດ​ໝາກຜົນ​ແຫ່ງ​ໄຊ​ຊະນະ​ໃນສົງຄາມ​ໂລກ​ຕ້ານ​ຟັດ​ຊິດ,ທ້າ​ທາຍ​ລະບຽບ​ການ​ສາກົນ​ຫຼັງ​ສົງ​ຄາມ​ໂລກ​ຕັ້ງ​ທີ​ສອງ.ລັດຖະບານ​ແລະ​ປະຊາຊົນ​ຈີນ​ມີ​ຄວາມ​ຕັ້ງ​ໃຈ​ແລະ​ຄວາມ​ຕັດສິນ​ໃຈ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ໃນ​ການ​ປົກ​ປ້ອງ​ຜືນ​ແຜ່ນດິນ​ອັນ​ຄົ​ບຖ້ວນ​ແລະ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຊາດ.ບໍ່​ວ່າ​ອີງ​ຕາມ​ປະຫວັດສາດ​ຫຼື​ກົດໝາຍ​ສາກົນ,​ຍີ່ປຸ່ນລ້ວນ​ແຕ່​ຄວນ​ຢຸດຕິ​ທຸກ​ການ​ກະທຳ​ທີ່​ທຳ​ລາຍ​ຜືນ​ແຜ່ນດິນ​​ແລະ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຈີນ,​ແຕ່​ບໍ່​ແມ່ນ​ກະທຳ​ຜິດ​ແລ້ວ​ຜິດ​ອີກ​​ແລະ​ຫຼອກ​ລວງ​ຊາວ​ໂລກ.