ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຕອບ​ໂຕ້​ຄຳ​ປາ​ໄສ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ກ່າວ​ຢູ່​ທີ່​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ເປັນ​ການ​ປະ​ຕິ​ເສດ​ຢ່າງ​ສິ້ນ​ເຊີງ​ຕໍ່​ຜົນ​ໄດ້​ຮັບ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ​2

(GMT+08:00) 2012-09-27 13:21:40     cri
ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ຢູ່​ທີ່​ສະມັ​ດຊາ​ໃຫຍ່​ອົງການສະຫະ​ປະຊາ​ຊາດ,ທ່ານ​​​​ໂນ​ດະ ​ໂຢຊິ​ຮິ​ໂກະ ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ກ່າວວ່າ​ຄວນ​ອີງ​ຕາມ​ລະບຽບ​ກົດໝາຍ​ສາກົນ​ໃນ​ການ​ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ສິດ​ອຳນາດ​ອະທິປະ​ໄຕ​​ເໜືອ​ດິນ​ແດນທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ.ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ໂຕ້​ວ່າ,ບາງ​ປະ​ເທດ​​ໄດ້ປະຕິ​ເສດ​ຢ່າງ​​ສິ້ນ​ເຊີງບໍ່​ຍອມຮັບ​ໝາກຜົນແຫ່ງ​ໄຊຊະນະ​ໃນ​ສົງ​ຄາມ​ໂລກ​ຕໍ່ຕ້ານ​ຟັດ​ຊິດ,​ແຕ່​ຊ້ຳພັດມີ​ເຈດ​ຕະນາ​ຖື​ລະບຽບ​ກົດໝາຍ​ສາກົນ​ເປັນ​ສິ່ງ​ບັງ​ໜ້າ,ນີ້​ເປັນ​ການ​ກະທຳ​ທີ່​ຝືນ​ຕໍ່​ຄວາມ​ເປັນ​ຈິງ.​ທ່ານ​ຊິນ​ກ່າງ​ກ່າວ​ເ​ນັ້ນ​ວ່າ:ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ປະ​ຕິ​ບັດ​ຕໍ່​ປະ​ຫວັດ​ສາດ​ຢ່າງ​ຖືກ​ຕ້ອງ,ຢຸດຕິ​ທຸກໆ​ການ​ກະທຳ​ທີ່​ລ່ວງ​ລ້ຳ​ຜືນ​ແຜ່ນດິນ​ແລະ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ປະ​ເທດ​ອື່ນ.

ທ່ານ​ຊິນ​ກ່າງ​ວ່າ:ຄວນ​ແກ້​ໄຂບັນຫາ​ສິດ​ອຳນາດ​ອະທິປະ​ໄຕ​ເໜືອ​ດິນ​ແດນທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນຕາມ​ຫຼັກ​ອ້າງ​ອີງ​ທາງ​ປະ​ຫວັດ​ສາດ​ແລະ​ກົດ​ໝາຍ.​ບາງ​ປະ​ເທດ​ບໍ່​ສົນ​ໃຈ​ນຳ​ຄວາມ​ເປັນ​ຈິງ​ໃນ​ປະຫວັດສາດ​ແລະ​ກົດໝາຍສາກົນ,ລ່ວງ​ລ້ຳ​ຜືນ​ແຜ່ນດິນ​ແລະ​ສິດ​ອຳນາດ​ອະ​ທິ​ປະ​ໄຕ​ຂອງປະ​ເທດ​ອື່ນ​ຢ່າງ​ເປີດ​ແປນ,ປະຕິ​ເສດ​ໝາກ​ຜົນ​ແຫ່ງ​ໄຊຊະນະ​ໃນ​ສົງ​ຄາມ​ໂລກ​ຕໍ່​ຕ້ານ​ຟັດ​ຊິດ,ທ້າ​ທາຍ​ຕໍ່​ລະບຽບ​ການ​ສາກົນ​ຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ2​ຢ່າງ​ຮ້າຍ​ແຮງ,​ແຕ່​ຊ້ຳພັດ​ຖື​ລະບຽບກົດໝາຍ​ສາກົນ​ເປັນ​ສິ່ງ​ບັງ​ໜ້າ,ນີ້​ເປັນ​ການ​ກະທຳ​ທີ່​ໄດ້​ຝືນ​ຕໍ່​ຄວາມ​ເປັນ​ຈິງ​ຂອງ​ປະ​ຫວັດ​ສາດ.​ປະ​ເທດ​ທີ່​ກ່ຽວຂ້ອງ​ຕ້ອງ​ປະຕິບັດ​ຕໍ່​ປະ​ຫວັດ​ສາດ​ຢ່າງ​ຖືກ​ຕ້ອງ,​ເຄົາ​ລົບ​ປະ​ຕິ​ບັດ​ກົດໝາຍ​ສາກົນ​ຢ່າງ​ແທ້​ຈິງ,ຢຸດຕິ​ທຸກໆ​ການ​ກະທຳ​ທີ່​ທຳລາຍ​ຜືນ​ແຜ່ນດິນ​ແລະ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ປະ​ເທດ​ອື່ນໆ.