ຈີນ​ພັດທະນາ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ແມ່ນ​ເພື່ອ​ປົກ​ປັກຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ

(GMT+08:00) 2012-09-28 15:43:08     cri
ໃນ​ກອງ​ປະຊຸມ​ຂ່າວ​ປະຈຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ27​ກັນຍາ​ນີ້, ທ່ານ​ຢາງອີ​ຈຸ່ນ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ພັດທະນາ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ຂອງ​ຈີນ, ທ່ານ​ກ່າວ​ວ່າ, ຈີນ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ຍຶດໝັ້ນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເປັນ​​ເຈົ້າ​ຕົນ​ເອງ​ແລະ​ນະ​ໂຍບາຍ​ປ້ອງ​ກັນຊາ​ດທີ່​ມີ​ລັກສະນະ​ປ້ອງ​ກັນ​ຕົວ, ຈີນ​ພັດທະນາ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​​ແມ່ນ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ທ່ານ​ຢາງອີ​ຈຸ່ນ​ກ່າວ​ວ່າ, ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ທຳ​ອິດ​ຂອງ​ຈີນ​ໄດ້​ມອບ​ໃຫ້​ກອງທັບ​ເຮືອ, ນີ້​​ເປັນຫຼັກ​ໝາຍ​ທາງ​​ປະຫວັດສາດ​​ໃນ​ການ​ພັດທະນາ​ຂອງກອງທັບ​ຈີນ. ຈີນ​ຈະ​ອີງ​ໃສ່​ສະພາບ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ແລະ​ຄວາມ​ຕ້ອງການ​ດ້ານການປ້ອງ​ກັນຊາ​ດ​ແລະ​ການ​ສ້າງສາ​ກອງທັບ, ພິຈາລະນາ​ບັນຫາ​ພັດທະນາ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ຂອງ​ຈີນ​ຢ່າງຮອບດ້ານ.

ທ່ານ​ຢາງອີ​ຈຸ່ນ​ກ່າວ​ວ່າ, ການ​ລາຍ​ງານ​ຂ່າວ​ທີ່​ວ່າ, ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ທີ​ສອງ​ຂອງ​ຈີນ​ພວມ​ສ້າງ​ຢູ່​ນະຄອນ​ຊຽງ​ໄຮ​ແລະ​ຈະ​ທົດ​ລອງນຳ​ໃຊ້ໃນ​ທ້າຍ​ປີ​ນີ້​ນັ້ນ ​​​ເປັນ​ການ​ລາຍ​ງານ​ຂ່າວ​ທີ່ມີ​ມູນ​ຄວາມ​ຈິງ.

​ໂດຍ​ແນ​ໃສ່​ຄວາມ​ສົງ​ໄສ​ທີ່​ວ່າ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ແມ່ນ​ຈີນ​ຜະລິດ​ດ້ວຍ​ຕົນ​ເອງ​ຫຼື​ບໍ່, ທ່ານ​ຢາງອີ​ຈຸ່ນ​ຕອບ​ວ່າ, ລະບົບ​ສຳຄັນ​ຕ່າງໆ​ຂອງ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ"ຫຼຽວໜິງ"ລ້ວນ​ແຕ່​ແມ່ນ​ຈີນ​ຜະລິດ​​ເອງ​ແລະດັດ​ສ້າງ​ໃໝ່. ສ່ວນ​ເຮືອບິນ​ທີ່ຢູ່​ເທິງ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ແມ່ນ​ຈີນ​ຄົ້ນຄວ້າ​ຜະລິດ​ດ້ວຍ​ຕົນ​ເອງ​ບົນ​ພື້ນຖານ​ເຮືອບິນ​ທີ່​ຈີນ​ຜະລິດ​ເອງ, ຈີນ​ມີ​ສິດ​ຊັບ​ສິນທາ​ງປັນຍາ​ຄົບ​ຖ້ວນ​.