ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ຜູ່​ທຳ​ອິດ​ໃຫ້​ສຳ​ພາດ​ວ່າ,​ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ຮ່ວມ​ກັນ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ

(GMT+08:00) 2012-09-28 17:39:13     cri
ຕາມ​ຂ່າວ​ຈາກ "ໜັງສືພິມ​ເສດຖະກິດ​ລາຍ​ວັນ"ຂອງ​ຈີນ:ວັນ​ທີ27​ກັນຍາ​ນີ້,ຄະນະ​ທູດ​ຈີນ​ປະຈຳ​ອາ​ຊຽນ​ໄດ້​ຈັດ​ພິ​ທີ​ເປີດ​ສຳ​ນັກ​ງານ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ.​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,​ທ່ານ​ນາງ​ຢາງ​ຊິ້ວ​ຜິງ,​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ຜູ່​ທຳ​ອິດ​ໄດ້​ຫວນ​ຄືນ​ປະ​ຫວັດ​ການ​ຂະ​ຫຍາຍ​ຕົວ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ,​ແລະ​ໄດ້​ວາງ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແລະ​ຮ່ວມ​ມື​ໃນ​ອະ​ນາ​ຄົດ.

ທ່ານ​ນາງ​ຢາງ​ຊິ້ວຜິ​ງກ່າວ​ວ່າ,ຍຶດ​ໝັ້ນ​ຖື​ການ​ພັດທະນາ​ຮ່ວມ​ກັນ​ເປັນ​ພື້ນຖານ​ແລະ​ທິດ​ຂະ ຫຍາ​ຍຕົວ​ແມ່ນ​ສິ່ງ​ຮັບປະກັນ​ຢ່າງ​ແຂງ​ແຮງ​ຕໍ່​ການ​ຮ່ວມ​ມື​ທີ່​ດີ​ລະ​ຫວ່າງ​ຈີນ​ກັບອາ​ຊຽນ.​ການ​ຮ່ວມ​ມື​ຕົວ​ຈິງ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ຊາ​ຊົນ​ທັງ​ສອງ​ຝ່າຍ​ເທົ່າ​ນັ້ນ,​ຍັງ​ໄດ້​ຊຸກ​ຍູ້​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ເຂດ​ອາ​ຊີ​ຕາ​ເວັນ​ອອກ.​ໃນ​ຊູ່​ມື້​ນີ້​ທີ່​ເສດ​ຖະ​ກິດ​ໂລ​ກະ​ພິ​ວັດ​ພັດ​ທະ​ນາ​ລົງ​ສູ່​ລວງ​ເລິກ,​ຊະ​ຕາ​ກຳ​ຂອງ​ຈີນ​ແລະ​ອາ​ຊຽນ​ໄດ້​ພົວ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກວ່າ​ທຸກ​ເວ​ລາ​ທີ່​ຜ່ານ​ມາ.​ການ​ສືບ​ຕໍ່ ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຍາວ ​ໄກ​ຂອງ​ສອງ​ຝ່າຍ.​ສອງ​ຝ່າຍ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ຫຼວງ​ຫຼາຍ​ແລະ​ມີ​ອະ​ນາ​ຄົດ​ຢ່າງ​ກວ້າງ​ຂວາງ​ໃນ​ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ ​ເປັນ​ຕົ້ນ​ແມ່ນ:​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ,​ທ່າ​ກຳ​ປັ່ນ,​ກະ​ສິ​ກຳ,​ຜະ​ລິດ​ຕະ​ພັນ​ໃນ​ນ້ຳ,​ການ​ປູກ​ພືດ,​ແລະ​ການ​ທ່ອງ​ທ່ຽວ.

ໃນຕອນ​ທ້າຍ,ທ່ານ​ນາງ​ຢາງ​ຊິ້ວຜິ​ງກ່າວ​ວ່າ,ການ​ສ້າງຕັ້ງຄະນະ​ທູດ​ປະຈຳ​ອາ​ຊຽນ​ແລະ​ສົ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄປ​ປະ​ຈຳ​ຢູ່​ອາ​ຊຽນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໃຫ້​ຄວາມ​ສຳ​ຄັນ​ແກ່​ອາ​ຊຽນ,​ລວມ​ໄປ​ເຖິງ​ເຈດ​ຕະ​ນາ​ລົມ​ຂອງ​ຈີນ​ທີ່​ມີ​ຕໍ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ອາ​ຊຽນ​ແລະ​ການ​ຮ່ວມ​ມື​ໃນພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​.