ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ​ຮຽກ​ຮ້ອງ​ໃຫ້ ​"ປະ​ຕິ​ບັດ​ໃຫ້​ຖືກ​ຕ້ອງ​ຕາມ​ປະ​ຫວັດ​ສາດ​"

(GMT+08:00) 2012-09-29 16:43:57     cri
ວັນ​ທີ28​ກັນຍາ​ນີ້,​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ການ​ອະພິປາຍ​ທົ່ວ​ໄປ​ຂອງ​ສະມັດ ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ​67,​ທ່ານ​ກິມ​ຊຸງ​ຮວນ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຄ້າ​ຂອງ​ສ.​ເກົາ​ຫຼີ​ກ່າວ​ວ່າ,​ມີ​ແຕ່​ປະ​ຕິ​ບັດ​ໃຫ້​ຖືກ​ຕ້ອງ​ຕາມ​ປະ ຫວັດ​ສາດ​ແລະ​ສຳ​ຫຼວດ​ທົບ​ທວນ​ຄືນ​ຄວາມ​ຜິດ​ພາດ​ເທົ່າ​ນັ້ນ,​ຈຶ່ງ​ສາ​ມາດ​ເຮັດ​ໃຫ້​ການ​ພົວ ພັນ​ລະ​ຫວ່າງ​ຊາດ​ມີ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ທ່ຽງ.

ທ່ານ​ກິມຊຸງ​ຮວນ​ກ່າວ​ວ່າ,ລັດຖະບານ​ສ.​ເກົາຫຼີ​ເຊື່ອ​ໝັ້ນວ່າ,​ການ​ເຄົາ​ລົບ​ຜືນ​ແຜ່ນ​ດິນ​ແລະ​ອະ​ທິ​ປະ​ໄຕ​ອັນ​ຄົບ​ຖ້ວນ​ຄວນ​ກາຍ​ເປັນ​ຫຼັກ​ການ​ຊີ້​ນຳ​ທີ່​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ໝັ້ນ​ທ່ຽງ.​ບໍ່​ວ່າ​ປະ​ເທດ​ໃດ​ກໍ​ບໍ່​ຄວນ​ເບິ່ງ​ຂ້າມ​ແລະ​ບິດ​ເບືອນ​ຄວາມ​ເປັນ​ຈິງ​ໃນ​ປະ​ຫວັດ​ສາດ,​ນຳ​ໃຊ້​ລະ​ບຽບ​ການ​ກົດ​ໝາຍ​ສາ​ກົນ​ແລະ​ບາງ​ນິ​ຍາມ​ໃນ​ກົດ​ໝາຍ​ຢ່າງ​ຜິດ ພາດ,​ເພື່ອ​ບັນລຸ​ຈຸດ​ປະ​ສົງ​ໃນ​ການ​ລ່ວງ​ລ້ຳ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ແລະ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ອື່ນ.

ເຖິງ​ວ່າໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນທ່ານ​ກິມຊຸງ​ຮວນ​ບໍ່​ໄດ້​ກ່າວ​ເຖິງ​ຊື່​ປະ​ເທດ​ອັນ​ລະ ອຽດກໍ​ຕາມ,​ແຕ່​ໃນ​ຄຳ​ເວົ້າ​ຂອງ​ທ່ານ​ແມ່ນ​ມີ​ເປົ້າ​ໝາຍ.

ວັນ​ທີ26​ກັນຍາ​ນີ້,​ທ່ານ​ໂນ​ດະ ​ໂຢຊິ​ຮິ​ໂກະ,ນາຍົກລັດຖະມົນ​ຕີ​ຍີ່​ປຸ່ນ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ​67​ນັ້ນ​ແມ່ນ​ມີ​ເຈດ​ຕະ​ນາ​ຢາກ​ໃຊ້​ກົດ​ໝາຍ​ສາ​ກົນ​ມາ​ແກ້​ຕົວ​ໃຫ້​ແກ່​ຍີ່​ປຸ່ນ​ທີ່​ກໍ່​ຄວາມ​ຂັດ​ແຍ່ງ​ກັນ​ທາງ​ດ້ານ​ຜືນ​ແຜ່ນ​ດິນ​ແລະ​ນ່ານ​ທະ​ເລ​ດ້ວຍ​ການ​ກ່າວ​ວ່າ,​ຍີ່​ປຸ່ນ​ສະ​ແຫວງ​ຫາ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໂດຍ​ສັນ​ຕິ​ໂດຍ​ອາ​ໄສ​ກົດ​ໝາຍ​ສາ​ກົນ​ເປັນ​ຫຼັກ​ຖານ​ອ້າງ​ອີງ.