ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໂຕ້​ຕອບ​ຖ້ອຍ​ຄວາມ​ອັນ​ຜິດ​ພາດ​ຂອງ​ນັກ​ຫຼິ້ນ​ການ​ເມືອງ​ຍີ່​ປຸ່ນ​​ໃນ​ບັນ​ຫາ​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-01 14:04:54     cri

ວັນ​ທີ 30 ກັນຍາ​ນີ້, ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ຫົງ​ເຫຼິຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳຖາມ​ຂອງ​ນັກ​ຂ່າວ​ວ່າ, ຖ້ອຍ​ຄວາມ​ຂອງ​ທ່ານ​ເຊ​ອີ​ຈີ ​ເມ​ເອຮາຣາ, ນັກຫຼິ້ນການ​ເມືອງ​ຂອງ​ຍີ່ປຸ່ນ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີນັ້ນ ​ແມ່ນ​ຜິດພາດ​ທີ່​ສຸດ.

ຂ່າວ​ແຈ້ງ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ເລ​ອີ​ຈີ ​ເມ​ເອຮາຣາ, ອະດີດ​ປະທານ​ສະມາຄົມ​ການ​ປະສານ​ງານ​ການ​ເມືອງ​ ​ພັກ​ປະຊາ​ທິ​ປະ​ໄຕ​ຍີ່​ປຸ່ນ​ກ່າວ​ວ່າ, ຈີນ​ປະ​ທ້ວງ​ຍີ່ປຸ່ນ​ໃຊ້​ກົນອຸບາຍ​ຍຶດ​ເອົາ​ເກາະ​ຕ້ຽວ​ອີ ແມ່ນ "ບິດ​​ເບື​ອນຄວາມ​ຈິງ". ຕໍ່​ເ​ລື່ອງນີ້, ທ່ານ​ຫົງ​ເຫຼິຍ ກ່າວ​ວ່າ, ຢູ່​ພາຍ​ໃນ​ປະ​ເທດ​ຍີ່ປຸ່ນ​ມັກ​ຈະ​ມີ​ບາງ​ຄົນ ຈົນ​ກະ​ທັ້ງ​ນັກ​ຫຼິ້ນ​ການ​ເມືອງ​ບາງຄົນ ບໍ່​ກ້າປະ​ເຊີນ​ກັບ​ປະ​ຫວັດ​ສາດ, ​ແລະ​ຢາກຫຼົບຫຼີກປະຫວັດສາດ. ສະນັ້ນ, ທ່ານ​ເຊ​ອີ​ຈີ ມີ​ຖ້ອຍ​ຄວາມ​ຄື​ແນວ​ນີ້​ແມ່ນ​ເຮັດ​ໃຫ້​ຄົນ​ບໍ່​ຮູ້ສຶກ​ແປກ​ປະຫຼາດ​ແຕ່​ຢ່າງ​ໃດ.

ທ່ານ​ຫົງ​ເຫຼິຍ ກ່າວ​ວ່າ, ​ເກາະ​ຕ້ຽວ​ອີ ​ແລະ ​ເກາະດອນຕ່າງ​ໆ​ທີ່​ຢູ່​ບໍລິ​ເວນເກາະ​ຕ້ຽວ​ອີ ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ປະ​ຫວັດ​ສາດ, ນີ້​ແມ່ນ​ເລື່ອງ​ຈິງ​ທີ່​ຈະ​ແຈ້ງ​ທີ່​ສຸດ. ວັນ​ທີ 10 ກັນຍາ​ທີ່​ຜ່ານ​ມາ​ນີ້, ລັດຖະບານ​ຍີ່ປຸ່ນ​ໄດ້​ທຳ​ການ​ຕົກລົງອັນ​ຜິດພາດ​​ຢ່າງ​ບັງອາດ ທີ່ "ຊື້​ເອົາ" ​ເກາະ​ຕ້ຽວ​ອີ, ນີ້​ໄດ້​ລ່ວງ​ລ້ຳ​ສິດ​ອະທິປະ​ໄຕ​ທາງ​ດ້ານ​ດິນ​ແດນ​ຂອງ​ຈີນ​ຢ່າງ​ຮ້າຍແຮງ, ​ເຮັດ​ໃຫ້​ປະຊາຊົນ​​ຈີນທົ່ວ​ປະ​ເທດ​ຮູ້ສຶກ​ຄຽດ​ແຄ້ນ​ທີ່​ສຸດ, ກໍ​ໄດ້​ທຳລາຍ​ການ​ພົວພັນ​ລະຫວ່າງ​ຈີນ​ຍີ່ປຸ່ນ​ຢ່າງໜັກໜ່ວງ. ຈີນ​ເຕືອນ​ຢ່າງ​ຮຸນ​ແຮງ​ໃຫ້​ຍີ່ປຸ່ນ​ປະ​ເຊີນ​ໜ້າ​ກັບ​ເລື່ອງ​ຈິງ​ໃນ​ບັນຫາ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ເກາະ​ຕ້ຽວ​ອີ, ຮັບ​ຮູ້​ຄວາມ​ໜັກໜ່ວງຂອງ​ສະພາບ​ການ​ໃນ​ປັດຈຸບັນ, ​ໃຊ້​ມາດ​ຕະການ​​ໃນ​ທັນທີ​ເພື່ອ​ແກ້​ໄຂ​ຄວາມ​ຜິດພາດ​ຂອງ​ຕົນ, ພ້ອມ​ກັນ​ກັບ​ຝ່າຍ​ຈີນ​ແກ້​ໄຂ​ບັນຫາ​ໂດຍ​ຜ່ານ​ການປຶກສາ​ຫາລື​ແລະ​ເຈລະຈາ​ກັນ. ຈີນ​ຫວັງ​ວ່າ​ບຸກຄົນ​ຊົງ​ຄຸນ​ວຸດ​ທິ​ໃນ​ວົງ​ການ​ຕ່າງໆຂອງຍີ່ປຸ່ນ​ຖືພາກສ່ວນ​ລວມຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ສຳຄັນ, ​ໃຊ້​ການ​ກະທຳ​ອັນຕັ້ງໜ້າ, ຊຸກ​ຍູ້​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປັດຈຸບັນ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ.